2ແຂວງທາງພາກເໜືອຂອງລາວປາດຖະໜາຢາກເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຫວຽດນາມ

2ແຂວງທາງພາກເໜືອຂອງລາວປາດຖະໜາຢາກເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ
ແລະ ທ່ານ ຄຳແພງ ໄຊສົມແພງ, ​ເລ​ຂາພັກ​ແຂວງ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ
(ພາບ: vietnamplus.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 17 – 18/06, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ 2 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ແ​ມ່ນ ຫຼວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ. ທ່ານ ຄຳແພງ ໄຊສົມແພງ, ​ເລ​ຂາພັກ​ແຂວງ, ​ເຈົ້າ​ແຂວງ ແຂວງ​ຫຼວງ​ພະ​ບາງ ​ແລະ ທ່ານ ລຽນ ທິແກ້ວ, ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ. ທີ່​ການ​ພົບປະ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ 2 ​ແຂວງ ຫຼວງພະ​ບາງ ​ແລະ ​ໄຊ​ຍະ​ບູລີ ມີ​ເງື່ອນ​ໄຂ​ສະດວກຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການ​ປູກ​ຕົ້ນ​​ໄມ້​ອຸດສາຫະກຳ ​ແລະ ພັດທະນາ​ການທ່ອງທ່ຽວ... ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ໃນ​ຖາ​ນະ​ຕຳ​ແໜ່​ງຂອງ​ຕົນຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ​ແຂວງດັ່ງກ່າວ​ກັບບັນດາ​ທ້ອງ​ຖິ່ນ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ. ການ​ນຳ 2 ​ແຂວງ ຫຼວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ ປາດ​ຖະໜາ​ຢາກ​​​ເພີ່ມ​ທະວີ​ການເປີດ​ກວ້າງ​ການຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ທາງ​ພາກ​​​ໃຕ້, ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ​້ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ພໍ່​ແມ່​ປະຊາຊົນ​ຫວຽດນາມ ທີ່​ພອມດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນ​ຮ່ວມ​ມື​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ມີຊີວິດ​​ເປັນ​ປົກກະຕິ​ໃນ​ໄລຍະ​ຍາວ, ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​- ລາວ ​ໃຫ​້ນນັບ​ມື້​ນັບ​ພັດທະນາ​ຢ່າງໝັ້ນ​ຄົງ.
ຂ່າວ/ບົດ​ອື່ນ