(vovworld) - ວັນທີ 14 ສິງຫາ, 2 ພາກເກົາຫຼີ ໄດ້ດຳເນີນຮອບເຈລະຈາທີ 7 ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຢູ່ເຂດອຸດສາຫະກຳຮ່ວມ Keasong, ເຊິ່ງພວມຖືກຢຸດສະງັກໃນເກືອບ 4 ເດືອນຜ່ານມາ. ຕາມບັນດານັກສັງເກດການແລ້ວ, ເລື່ອງບັນລຸໄດ້ບາດກ້າວບຸກທະລຸໃນຮອບເຈລະຈາຄັ້ງນີ້ ແມ່ນສຳຄັນທີ່ສຸດ, ສາມາດສ້າງພື້ນຖານໃຫ້ແກ່ການ “ພັດທະນາທີ່ກ້າວໜ້າ” ຂອງເຂດອຸດສາຫະກຳ Kaesong, ແຕ່ວ່າ ຖ້າປະລາໄຊ ອາດຈະພາໄປເຖິງເລື່ອງອັດປະຕູເຂດອຸດສາຫະກຳນີ້. ນອກຈາກນັ້ນ, ເລື່ອງສ.ເກົາຫຼີ ແລະ ອາເມລິກາ ຈະດຳເນີນການຊ້ອມຮົບຮ່ວມໃນລະຫວ່າງວັນທີ 19 – 30 ສິງຫາ ຈະມາເຖິງ ອາດຈະເປັນການກີດຂວາງການເຈລະຈາລະຫວ່າງ 2 ພາກເກົ່າຫຼີ. ນັບແຕ່ເມື່ອເຂດອຸດສາຫະກຳ Kaesong ຖືກອັດປະຕູ ຕາມຂໍ້ຕົກລົງຂອງສປປ.ເກົ່າຫຼີ, 2 ຝ່າຍໄດ້ດຳເນີນຮອບເຈລະຈາເປັນ 6 ຄັ້ງ ແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບບັນດາມາດຕາທີ່ກ່ຽວຂ້ອງເຖິງການເຊື່ອນຕໍ່ການເຄື່ອນໄວຂອງເຂດອຸດສາຫະກຳ Kaesong ຄືກ່ອນນີ້. ເລື່ອງອັດປະຕູເຂດອຸດສາຫະກຳດັ່ງກ່າວ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດສ.ເກົ່າຫຼີ ທີ່ມີໂຮງງານຢູ່ທີ່ນີ້. ວັນທີ 07 ສິງຫາ, ລັດຖະບານສ.ເກົ່າຫຼີ ໄດ້ຮັບຮອງເອົາບ້ວງເງິນຊົດເຊີຍທີ່ມີມູນຄ່າ 250 ລ້ານ USD ເພື່ອຫຼຸດຜ່ອນຄວາມເສຍຫາຍໃຫ້ບັນດາວິສາຫະກິດຢູ່ເຂດດັ່ງກ່າວ.