20 ພັກການເມືອງຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດຢູ່ ກຳປູເຈຍ

(VOVWORLD) - ວັນທີ 23 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ປະກາດວ່າ ໄດ້ຮັບຮອງເອົາ 20 ພັກການເມືອງຈະເຂົ້າຮ່ວມການຫາສຽງເລືອກຕັ້ງທົ່ວປະເທດໃນວັນທີ 29 ກໍລະກົດ ຈະມາເຖິງຢູ່ປະເທດນີ້.
20 ພັກການເມືອງຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດຢູ່ ກຳປູເຈຍ - ảnh 1  ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC)

ຈຳນວນພັກການເມືອງເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ສູງກ່ວາເມື່ອທຽບໃສ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ແມ່ນ 8 ພັກຝ່າຍການເມືອງ. ໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຈະມາເຖິງ, ຜູ້ມີສິດເລືອກຕັັ້ງ ກຳປູເຈຍ ຈະປ່ອນບັດເລືອກຕັ້ງເອົາສະມາຊິກລັດຖະສະພາ 125 ທ່ານ.

        ກຳລັງຕຳຫລວດແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ: ຈະຜັນຂະຫຍາຍພາລະກອນປ້ອງກັນຄວາມສະຫງົບ 80.000 ຄົນ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕະຫລອດເວລາດຳເນີນການເລືອກຕັ້ງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ