2019 ເປັນ​ປີ ເຊິ່ງ ​​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາຢ່າງ​ເຂັ້ມ​ແຂງ

(VOVWORLD) -ປີ 2019 ເປັນປີ ເຊິ່ງການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງເຂັ້ມແຂງທີ່ສຸດ, ປະກອບສ່ວນ ເຂົ້າໃນການຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດຫຼາຍພໍສົມຄວນ.
2019 ເປັນ​ປີ ເຊິ່ງ ​​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາຢ່າງ​ເຂັ້ມ​ແຂງ - ảnh 1ທ່ານ ບຸຍຮຸຍເຊີນ, ທູດການຄ້າ ຫວຽດນາມປະຈຳ ອາເມລິກາ ເມື່ອຕອບສຳພາດຕໍ່ນັກຂ່າວຂອງ vov ປະຈຳ ອາເມລິກາ 

ເມື່ອຕອບສຳພາດຕໍ່ນັກຂ່າວຂອງ vov ປະຈຳ ອາເມລິກາ, ທ່ານ ບຸຍຮຸຍເຊີນ, ທູດການຄ້າ ຫວຽດນາມປະຈຳ ອາເມລິກາ ຕີລາຄາວ່າ: ບັນດາການເຄື່ອນໄຫວໄດ້ນຳມາເຊິ່ງ ໝາກຜົນຢ່າງລະອຽດທັງດ້ານການເມືອງ ກໍ່ຄືບັນດາການເຄື່ອນໄຫວສົ່ງອອກ - ນຳເຂົ້າລວມໃນ ຕະຫຼາດອີກດ້ວຍ. ທ່ານ ບຸ່ຍຮຸຍເຊີນ ເນັ້ນໜັກວ່າ:

ທີໜຶ່ງ, ບັນດາຊ່ອງທາງແລກປ່ຽນນະໂຍບາຍ, ການໂອ້ລົມສົນທະນາລະຫວ່າງບັນດາອົງການລັດຖະບານໄດ້ຮັບການຮັກສາ ແລະ ພັດທະນາຢ່າງຮອບດ້ານ, ພິເສດແມ່ນຂອບເຂດການຮ່ວມມືແມ່ກ່ຽວກັບການລົງທຶນ (TIFA) ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ບົນພື້ນຖານດັ່ງກ່າວ, ນີ້ແມ່ນຄັ້ງທຳອິດທີ່ ພວກເຮົາ ໄດ້ສ້າງຕັ້ງ ແຜນການກະທຳຢ່າງຮອບດ້ານເພື່ອພັດທະນາການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາຢ່າງສົມດຸນ ແລະ ຍືນຍົງ. ທີສອງແມ່ນ ໃນເວລາຜ່ານມາ ຝ່າຍອາເມລິກາໄດ້ຮັບຮອງເອົາລະບົບການຄວບຄຸມຄຸນນະພາບຂອງປາໜັງຂອງຫວຽດນາມ ຢ່າງເປັນທາງການ ແລະ ພິເສດແມ່ນໝູນໃຊ້ໂຄງການຕິດຕາມກວດກາປາໜັງ, ກວດກາ 100% ບັນດາສິນຄ້າຂອງ ຫວຽດນາມ ທັງໝົດ. ທີ 3 ແມ່ນຕ້ອງເນັ້ນໜັກວ່າ ໃນປີ 2019, ການເຄື່ອນໄຫວສົ່ງອອກນຳເຂົ້າລະຫວ່າງ ຫວຽດນາມ ແລະ ອາເມລິກາບັນລຸໄດ້ບາດກ້າວບຸກທະລຸ, ດ້ວຍຍອດວົງເງິນສົ່ງອອກ - ນຳເຂົ້າບັນລຸໄດ້ 68.8 ຕື້ USD, ເພີ່ມຂຶ້ນ ກ່ວາ 24%.

ທ່ານ ບຸ່ຍຮຸຍເຊີນ ໃຫ້ຂ້ໍສັງເກດວ່າ ແງ່ຫວັງໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2020 ມີຄວາມເປັນໄປໄດ້ສູງ, ເປັນຕົ້ນແມ່ນ ເມື່ອ 2 ປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ