25 ປະເທດໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນ 9,3 ຕື້ USD ເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ແມ່ນຄຳໝັ້ນສັນຍາຫຼ້າສຸດທີ່ການນຳບັນດາປະເທດໃນທົ່ວໂລກໄດ້ຍົກອອກມາ ເພື່ອຊຸກຍູ້ເລື່ອງບັນລຸຄວາມຄືບໜ້າໃນການຕໍ່ສູ້ດັ່ງກ່າວ
25 ປະເທດໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນ 9,3 ຕື້ USD ເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ  - ảnh 1ກອງປະຊຸມຢູ່ນະຄອນ Bonn
(ພາບ: hanoimoi.vn)

          ໃນວັນທີ 05 ຕຸລາ, ກອງທຶນດິນຟ້າອາກາດສີຂຽວຂອງສະຫະປະຊາຊາດໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ USD ຈາກ 25 ປະເທດໃນໂລກ, ເພື່ອໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງຖືກຜົນກະທົບສູງຈາກການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນຄຳໝັ້ນສັນຍາຫຼ້າສຸດທີ່ການນຳບັນດາປະເທດໃນທົ່ວໂລກໄດ້ຍົກອອກມາ ເພື່ອຊຸກຍູ້ເລື່ອງບັນລຸຄວາມຄືບໜ້າໃນການຕໍ່ສູ້ດັ່ງກ່າວ, ໃນສະພາບທີ່ອຸນຫະພູມທົ່ວໂລກສືບຕໍ່ເພີ່ມຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມຢູ່ນະຄອນ Bonn (ເຢຍລະມັນ), ຜູ້ປະສານງານກອງທຶນໃຫ້ຮູ້ວ່າ, ປະຈຸບັນ ອາເມລິກາຍັງ ບໍ່ທັນໃຫ້ຄຳໝັ້ນສັນຍາປະກອບເງິນໃນຄັ້ງນີ້. ຜູ້ຕາງໜ້າຂອງ ອາເມລິກາ ໄດ້ອ້າງວ່າ ງົບປະມານຂອງປະເທດນີ້ພວມຢູ່ໃນສະພາບທີ່ບໍ່ແນ່ນອນ. ໃນການລະດົມການເງິນຄັ້ງນີ້, ປະມານ 75% ບັນດາປະເທດປະກອບເງິນ ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມແຫຼ່ງເງິນປະກອບເມື່ອທຽບໃສ່ບັນດາຄຳໝັ້ນສັນຍາກ່ອນນັ້ນ. ໃນນັ້ນ, ເຢຍລະມັນ, ອັງກິດ, ຝລັ່ງ ແລະ ຍີ່ປຸ່ນ ແມ່ນບັນດາປະເທດທີ່ໃຫ້ຄຳໝັ້ນສັນຍາລະດັບການປະກອບສ່ວນດ້ານການເງິນຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ