ທຸກສິ່ງທຸກຢ່າງເພື່ອໝູ່ເກາະ ເຈືອງຊາ ທີ່ສັກກະຫຼະບູຊາຂອງຫວຽດນາມ
(ພາບ: Internet)
|
Vovworld- ເນື່ອງໃນໂອກາດສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ໝູ່ເກາະ ເຈືອງຊາ ແລະ ຮ້ານຍາມ DK1 ຂອງຄະນະຜູ້ແທນອົງຄະນະພັກກຸ່ມບັນດາ ອົງການສຳນັກງານຂັ້ນສູນກາງ, ນະຄອນ ດານັ້ງ ແລະ ບາງກະຊວງ, ຂະແໜງການການຂັ້ນສູນກາງ, ຕອນຄ່ຳ ວັນທີ 28/4 ຢູ່ນະຄອນ ວຸ້ງເຕົາ ແຂວງ ບາເຣັ້ຍວຸ້ງເຕົາ, ກອງບັນຊາການທະຫານເຮືອຫວຽດນາມໄດ້ມອບຫຼຽນກາທີ່ລະນຶກ “ ເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ” ໃຫ້ແກ່ 26 ບຸກຄົນທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນພາລະກິດສ້າງສາແລະປົກປັກຮັກສາ ອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ບັນດາບຸກຄົນໄດ້ຮັບ ຫຼຽນກາທີ່ລະນຶກຄັ້ງນີ້ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊີ້ນຳ, ຈັດຕັ້ງ ປະຕິບັດບັນດາການເຄື່ອນໄຫວມຸ່ງໄປສູ່ ໝູ່ເກາະ ເຈືອງຊາ, ເບິ່ງແຍງ, ລະດົມກຳລັງໃຈພະນັກງານນັກຮົບພວມປະຕິບັດໜ້າທີ່ປົກປັກຮັກສາເຂດທະເລ, ເຂດນ່ານຟ້າ, ໝູ່ເກາະຂອງປະເທດຊາດຢູ່ ໝູ່ເກາະ ເຈືອງຊາ ແລະ ຮ້ານຍາມ DK1 , ປະກອບສ່ວນປະຕິບັດນະໂຍບາຍແນວຫຼັງກອງທັບເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມການໂຄສະນາບັນດາທັດສະນະ, ແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບ ການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ແລະ ມີບັນດາວຽກງານທີ່ແທດຈິງມຸ່ງໄປສູ່ທະເລ, ໝູ່ເກາະທີ່ສັກກະຫຼະບູຊາຂອງປະເທດ.