3 ປັດໄຈຕົ້ນຕໍຊ່ວຍໃຫ້ເສດຖະກິດ ຫວຽດນາມ ເຕີບໂຕເປັນປົກກະຕິ

(VOVWORLD) -ນອກນັ້ນ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ແມ່ນເປີດເຜີຍ, ລັດຖະບານມີຫຼາຍນະໂຍບາຍທີ່ເປັນມິດ ເພື່ອດຶງດູດການລົງທຶນ
3 ປັດໄຈຕົ້ນຕໍຊ່ວຍໃຫ້ເສດຖະກິດ ຫວຽດນາມ ເຕີບໂຕເປັນປົກກະຕິ - ảnh 1(ພາບປະກອບ: TTXVN)

        ຫວ່າງມໍ່ໆມານີ້, ເວັບໄຊ vietnam-briefing.com ໃຫ້ຂໍ້ສັງເກດວ່າ ການລົງທຶນເຂົ້າພື້ນຖານໂຄງລ່າງ, ສິ່ງແວດລ້ອມ, ການຄ້າ ແລະ ລະດັບເງິນເດືອນແກ່ງແຍ້ງ ແມ່ນ 3 ປັດໄຈຕົ້ນຕໍເພື່ອຊ່ວຍພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕຢ່າງເປັນປົກກະຕິ. ຕາມເວັບໄຊດັ່ງກ່າວແລ້ວ, ຫວຽດນາມ ໄດ້ດຶງດູດປະມານ 6% ຍອດຜະລິດຕະພັນພາຍໃນ (GDP) ເຂົ້າໃນພື້ນຖານໂຄງລ່າງ - ເຊິ່ງແມ່ນໜຶ່ງໃນບັນດາລະດັບລົງທຶນສູງທີ່ສຸດໃນ ອາຊຽນ.

        ຫວຽດນາມ ກໍ່ລົງນາມໃນສົນທິສັນຍາການຄ້າ 2 ຝ່າຍຫຼາຍສະບັບກັບບັນດາປະເທດໃນໂລກ. ນອກນັ້ນ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ແມ່ນເປີດເຜີຍ, ລັດຖະບານມີຫຼາຍນະໂຍບາຍທີ່ເປັນມິດ ເພື່ອດຶງດູດການລົງທຶນ ແລະ ພັດທະນາເສດຖະກິດ - ສັງຄົມ.

        ສຸດທ້າຍ, ເວັບໄຊ vietnam-briefing.com ໃຫ້ຂໍ້ສັງເກດວ່າ ແງ່ຫວັງເສດຖະກິດຂອງ ຫວຽດນາມ ຍັງເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ນັບທັງທີ່ຄວາມເຄັ່ງຕຶງດ້ານພູມສາດການເມືອງຍັງເກີດຂຶ້ນຢູ່ໃນໂລກ ແລະ ແນ່ນອນວ່າ ບັນດານັກລົງທຶນຈະໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ