3 ອົງການຈັດລະດັບໄວ້ວາງໃຈ ລ້ວນແຕ່ຕີລາຄາວ່າ ຫວຽດນາມ ມີແງ່ຫວັງ “ຕັ້ງໜ້າ”
(VOVWORLD) - ບັນດາອົງການຈັດຕັ້ງສາກົນ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີແງ່ຫວັງສືບຕໍ່ຈະເລີນເຕີບໂຕໃນປີນີ້ ຍ້ອນບັນດານະໂຍບາຍເສດຖະກິດມະຫາພາກ ລະດັບຄວາມໄວໃນການເຕີບໂຕ ເສດຖະກິດຍືນຍົງ, ລະດັບຄວາມໄວ GDP ເພີ່ມຂຶ້ນສູງ ແລະ ຄວາມສາມາດດຶງດູດ FDI.
(ພາບປະກອບ: TTXVN) |
ທ່ານ ໂງດັງຄວາ, ຫົວໜ້າກຸ່ມເງິນຕາຕ່າງປະເທດ, ຕະຫຼາດທຶນຮອນ ແລະ ການບໍລິການຫຼັກຊັບ HSBC ຫວຽດນາມ, ໃຫ້ຮູ້ວ່າ HSBC ຄາດຄະເນວ່າ GDP ຂອງ ຫວຽດນາມ ໃນປີ 2022 ແມ່ນປະມານ 6,5%. ພ້ອມດຽວກັນນັ້ນ, HSBC ກໍ “ມີຄວາມປະເອີບໃຈ” ຕໍ່ເລື່ອງ ຫວຽດນາມ ອາດຈະບັນລຸໄດ້ກຳນົດຄວາມໄວ້ວາງໃຈລົງທຶນໃນສອງສາມປີຕື່ມອີກ ຫຼືກ່ອນປີ 2030. ໃນຂະນະນັ້ນ, ທ່ານນາງ Sagarika Chandra, ຜູ້ອຳນວຍການອົງການຕີລາຄາຄວາມໄວ້ວາງໃຈແຫ່ງຊາດຂອງ Fitch Ratings ຢູ່ພາກພື້ນ ອາຊີ - ປາຊີຟິກ, ໃຫ້ຮູ້ວ່າ ອົງການນີ້ ຫວັງວ່າ ການເຕີບໂຕ GDP ຂອງ ຫວຽດນາມ ຈະເພີ່ມຂຶ້ນ 6,1% ໃນປີ 2022 ແລະ 6,3% ໃນປີ 2023. ສະນັ້ນ, Fitch Ratings ຄາດຄະເນວ່າ ຄວາມມານະພະຍາຍາມຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສູ້ຊົນໃຫ້ບັນລຸໄດ້ລະດັບເຕີບໂຕສູງ ແລະ ການປັບປຸງດ້ານການເງິນສາທາລະນະກວ່າອີກນັ້ນ ຈະຊ່ວຍເພີ່ມການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດໃນໄລຍະຈະມາເຖິງຕື່ມອີກ. (ເລເຟືອງ)