3 ເຂດຍຸດທະສາດຂອງຫວຽດນາມເພີ່ມທະວີການພັດທະນາເສດຖະກິດ-ສັງຄົມ

      3 ເຂດຍຸດທະສາດຂອງຫວຽດນາມເພີ່ມທະວີການພັດທະນາເສດຖະກິດ-ສັງຄົມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງ


(vovworld​) - ທີ່ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ພາຍຫຼັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງຄະ​ນະ​ຊີ້​ນຳ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ຄະ​ນະ​ຊີ້​ນຳ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 22/7 ຢູ່​ນະ​ຄອນ​ເກີນ​ເທີ. ບັນ​ດາ ຄະ​ນະ​ຊີ້​ນຳ​​ໄດ້​ເປັນ​ເອ​ກະ​ພາບ​ກັນ​ສືບ​ຕໍ່​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ, ຄົ້ນ​ພົບ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ໃໝ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ-ສັງ​ຄົມ, ກາ​ນ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຍູ້​ໄວ​ລະ​ດັບ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ. ສະຫຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງ ເນັ້ນ​ໜັກ​ວ່າ :

    “ ຄວນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ກາ​ນ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບຢູ່​ແຕ່​ລະ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ​ດ້ວຍ​ເປົ້າ​ໝາຍ​ແມ່ນປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ມະ​ຕິ​ຂອງທ້ອງ​ຖິ່ນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ. ປະ​ຕິ​ບັດ​ຂໍ້​ກຳ​ນົດ​ສົມ​ທົບ​ວຽກ​ງານ​ເປັນ​ຢ່າງ​ດີ, ກຳ​ແໜ້ນ​ສະ​ພາບ​ການ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ, ຄວາມ​ສະ​ຫງົບ​ດ້ານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ”

 

ຂ່າວ/ບົດ​ອື່ນ