ພາບປະກອບ
(vovworld) - 4 ຄົນເສຍຊີວິດ ແລະ 2 ຄົນຫາຍສາບສູນໃນພາຍຸ Rammasun. ນີ້ແມ່ນຂໍ້ມູນຂ່າວທີ່ຍົກອອກມາໃນກອງປະຊຸມຂອງຫ້ອງການຄະນະຊີ້ນຳປ້ອງກັນ ແລະ ຕ້ານພາຍຸສູນກາງ ໃນຕອນເຊົ້າວັນທີ 20/7 ຢູ່ຮ່າໂນ້ຍ. ກວາງນິງແມ່ນທ້ອງຖີ່ນຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດກ່ຽວກັບພື້ນຖານໂຄງລ່າງ. ປະຈຸບັນບໍ່ທັນມີຕົວເລກສະຖິຕິກ່ຽວກັບເນື້ອທີ່ປູກເຂົ້າ ແລະ ພືດຖືກນຳ້ຖ້ວມ ໂດຍພາຍຸດັ່ງກ່າວກໍ່ຂຶ້ນເທື່ອ.
ທີ່ການປະຊຸມ, ບັນດາສະມາຊິກຫ້ອງການປະຈຳຄະນະຊີ້ນຳປ້ອງກັນ ແລະ ຕ້ານພາຍຸສູນກາງຖືວ່າ: ວຽກງານຈຸດສຸມໃນມື້ນີ້ແມ່ນຕ້ອງຕິດຕາມສະພາບຝົນຕົກນຳ້ແກ່ງຖ້ວມຢູ່ແມ່ນຳ້ສາຍຕ່າງໆ ເພື່ອຊີ້ນຳແກ້ໄຂຢ່າງທັນການ. ທ່ານ ຫງວຽນຊວນຢ້ຽວ, ກຳມະການປະຈຳຄະນະຊີ້ນຳປ້ອງກັນ ແລະ ຕ້ານພາຍຸສູນກາງໃສ່ໃຈວ່າ:
“ຢູ່ບັນດາແຫ່ງທີ່ມີໄພຈະເກີດນຳ້ແກ່ງຖ້ວມ, ດິນເຊາະເຈື່ອນ, ສະເໜີກຳລັງປ້ອງກັນຊາຍແດນ ແລະ ທະຫານທ້ອງຖີ່ນຕິດຕາມ ແລະ ໜູນຊ່ວຍແກ້ໄຂສະຖານະການເມື່ອເກີດເຫດຢ່າງທັນການ“.
ໃນຂະນະນັ້ນ, ຍ້ອນຜົນສະທ້ອນຈາກພາຍຸ Rammasun, ນຳ້ແກ່ງຈາກແມ່ນຳ້ສາຍຕ່າງໆຢູ່ເຂດພູດອຍທາງພາກເໜີອກໍ່ເພີ່ມຂຶ້ນຢ່າງໄວ, ເຮັດໃຫ້ເຮືອນຊານຫຼາຍຫຼັງ ແລະ ເນື້ອທີ່ປູກພືດຂອງປະຊາຊົນຖືກນຳ້ຖ້ວມ. ຢູ່ແຂວງບັກຢາງ, ນັບແຕ່ກາງຄືນມື້ວານຮອດຕອນເຊົ້າມື້ນີ້, ຝົນຕົກໄດ້ເກີດຂຶ້ນຢ່າງລຽນຕິດຢູ່ບາງທ້ອງຖີ່ນ. ຖ້າສືບຕໍ່ມີຝົນຕົກໜັກ, ຄັນຄູກັນນຳ້ ແລະ ໜອງ ແລະ ອ່າງເກັບນຳ້ອາດຈະຖືກທຳລາຍ.