4 ເດືອນ​ຕົ້ນ​ປີ, ການ​ເຄື່ອນ​ໄຫ​ວ​ນຳ​ເຂ​ົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນ​ຮອບ​ເວ​ລາ 10 ປີ​ຜ່ານ​ມາ

(VOVWORLD) -ກົມໃຫຍ່ສະຖິຕິຫາກໍ່ໃຫ້ຮູ້ວ່າ ການເຄື່ອນໄຫວນຳເຂົ້າ - ສົ່ງອອກໃນທົ່ວປະເທດ ຫວຽດນາມ ໃນ 4ເດືອນຕົ້ນປີ 2021 ບັນລຸລະດັບການເຕີບໂຕສູງທີ່ສຸດເມື່ອທຽບໃສ່ກັບໄລຍະດຽວກັນໃນຮອບເວລາ 10 ປີຜ່ານມາ.
4 ເດືອນ​ຕົ້ນ​ປີ, ການ​ເຄື່ອນ​ໄຫ​ວ​ນຳ​ເຂ​ົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນ​ຮອບ​ເວ​ລາ 10 ປີ​ຜ່ານ​ມາ - ảnh 1ການເຄື່ອນໄຫວນຳເຂົ້າສົ່ງອອກ ຢູ່ ທ່າກ່ຳປັ່ນ ຊ່າຍງອນ (ພາບ: TTXVN)

ລາຍລະອຽດແມ່ນ, ຄາດວ່າ ເດືອນ ເມສາ ປີ 2021, ວົງເງິນການສົ່ງອອກສິນຄ້າຂອງທົ່ວປະເທດ ບັນລຸໄດ້ 25,5 ຕື້ USD, ຫຼຸດລົງ 14% ເມື່ອທຽບໃສ່ເດືອນ ມີນາ ແລະ ເພີ່ມຂຶ້ນ ກ່ວາ 44% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໄລ່ລວມ 4 ເດືອນຕົ້ນປີ 2021, ວົງເງິນການສົ່ງອອກສິນຄ້າຄາດວ່າ ບັນລຸ 103,9 ຕື້ USD, ເພີ່ມຂຶ້ນ 28,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

        4 ເດືອນຕົ້ນປີ 2021, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸ 30,3 ຕື້ USD, ເພີ່ມຂຶ້ນ 501,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ຖັດຈາກນັ້ນແມ່ນ ຈີນ, ຕະຫຼາດ EU, ຕະຫຼາດ ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ…

        ເພື່ອໜູນຊ່ວຍວິສາຫະກິດພາຍໃນປະເທດຜະລິດ ແລະ ຍູ້ແຮງການສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຈະຈັດຕັ້ງການຂຸດຄົ້ນ, ຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າເສລີ ເພື່ອ ຊອກຫາ ວິທີການພັດທະນາການຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າຕະຫຼາດໃໝ່, ບຸລິມະສິດຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການສົ່ງອອກ ແລະ ບັນດາຕະຫຼາດສົ່ງອອກຈະຟື້ນຟູໂດຍໄວ ພາຍຫຼັງໂລກລະບາດໂຄວິດ - 19.

        ແລະກໍ່ໃນວັນທີ 30 ເມສາ, ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham) ກໍ່ໄດ້ປະກາດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ EuroCham ໄຕມາດ I/2021. ຕາມນັ້ນແລ້ວ, ການນຳບັນດາວິສາຫະກິດ ເອີລົບ ໄດ້ເລີ່ມດຳເນີນປີ 2021 ດ້ວຍຄວາມຕັ້ງໜ້າ ແລະ ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມທາງການຄ້າ ແລະ ການລົງທຶນ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ