40ປະເທດແລະເຂດແຄ້ວນເຂົ້າຮ່ວມງານມະໂຫລານຮູບເງົາສາກົນຮ່າໂນ້ຍ
(vovworld)- ງານມະໂຫລານຮູບເງົາສາກົນ ຮ່າໂນ້ຍຄັ້ງທີ 4 ດຳເນີນໄປແຕ່ວັນທີ 1/11/2016 -5/11/2016 ດ້ວຍຫົວຂໍ້: “ຮູບເງົາ - ການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” ໄດ້ດຶງດູດຮູບເງົາ 550 ເລື່ອງ ຂອງ 40 ປະເທດ ແລະ ເຂດແຄ້ວນ ຈົດທະບຽນເຂົ້າຮ່ວມ. ງານມະໂຫລານຮູບເງົາສາກົນ ຮ່າໂນ້ຍຄັ້ງທີ 4 ເປັນການເຊີດຊູບັນດາຜະລິດຕະພັນຮູບເງົາດີເດັ່ນ, ມີຄຸນຄ່າສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ມີຫົວຄິດປະດິດສ້າງ, ສົ່ງເສີມບັນດາຜູ້ມີຄວາມເກັ່ງກ້າສາມາດດ້ານຮູບເງົາ. ນີ້ກໍແມ່ນໂອກາດເພື່ອເປີດກວ້າງຕະຫລາດຮູບເງົາຫວຽດນາມ ອອກສູ່ພາກພື້ນ ແລະ ໂລກ, ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ. ໃນຂອບເຂດງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 4 ຍັງມີການເຄື່ອນໄຫວຫລາຍຢ່າງຄື: ກອງປະຊຸມສຳມະນາ “ການຮ່ວມມືຜະລິດຮູບເງົາໃນບັນດາປະເທດ ອາຊຽນ; ການພົບປະສົນທະນາ “ຮູບເງົາອິນເດຍ”, “ຄ້າຍປະດິດແຕ່ງຜູ້ມີຄວາມເກັ່ງກ້າສາມາດຫນຸ່ມ Haniff 2016”.