6 ເດືອນຕົ້ນປີ 2014, ສະພາບການຜະລິດ, ດຳເນີນທຸລະກິດມີສັນຍານຟື້ນຟູ
(ພາບປະກອບ)
(vovworld) – ວັນທີ 27/06, ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດກອງປະຊຸມຂ່າວປະກາດຕົວເລກສະຫຼຸບດ້ານເສດຖະກິດສັງຄົມຂອງຫວຽດນາມ ໃນ 6 ເດືອນຕົ້ນປີ 2014.
ຕາມກົມໃຫຍ່ສະຖິຕິແລ້ວ, ເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ ເຖິງວ່າຍັງປະສົບກັບຄວາມຫຍຸກຍາກຫຼາຍຢ່າງ ແຕ່ມີບັນດາສັນຍາທີ່ໜ້າຊື່ນຊົມ, ສະແດງອອກຜ່ານຍອດຜະລິດຕະພັນພາຍໃນປະເທດ ນັບແຕ່ຕົ້ນປີມາຮອດປະຈຸບັນ ຄາດວ່າເພີ່ມຂຶ້ນ 5,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ກະສິກຳ, ປ່າໄມ້, ສິນໃນນ້ຳ, ອຸດສາຫະກຳ, ການບໍລິການ ແມ່ນບັນດາຂົງເຂດມີລະດັບເຕີບໂຕສູງ.
ແລະກໍ່ໃນ 6 ເດືອນຕົ້ນປີ 2014, ທົ່ວປະເທດມີກວ່າ 37.300 ວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ ດ້ວຍທຶນຈົດທະບຽນ 230.000 ຕື້ດົງ, ເພີ່ມຂຶ້ນ 19,3% ກ່ຽວກັບຈຳນວນທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ຈຳນວນວິສາຫະກິດຢຸດຕິການເຄື່ອນໄຫວກັບຄືນສູ່ການດຳເນີນທຸລະກິດໃນ 6 ເດືອນຕົ້ນປີບັນລຸກວ່າ 8.300 ວິສາຫະກິດ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ວິສາຫະກິດສ່ວນຫຼາຍລ້ວນແຕ່ມີຄວາມປະເອີບໃຈກ່ຽວກັບແງ່ຫວັງຟື້ນຟູ ແລະ ການພັດທະນາຂອງເສດຖະກິດຫວຽດນາມ.