9ປະເທດນອກເອີລົບເຂົ້າຮ່ວມການລົງໂທດສປປ.ເກົາຫຼີ
(ແວັບໄຊຂອງ KBS)
(vovworld) - ວັນທີ 18/06, ຊ່ອງວິທະຍຸ, ໂທລະພາບ KBS ຂອງສ.ເກົາຫຼີ ໄດ້ໃຫ້ຂ່າວວ່າ, ສະຫະພາບເອີລົບ (EU) ໄດ້ຊົມເຊຍຂໍ້ຕົກລົງເຂົ້າຮ່ວມການລົງໂທດສປປ.ເກົາຫຼີ ຂອງ 9 ປະເທດບໍ່ແມ່ນສະມາຊິກຂອງ EU ຄື: Macedonia ແລະ Serbia, Bosnia – Herzegovina, ນອກແວ, ອາຍແລນ ແລະ Liechtenstein. ວັນທີ 27/05 ຜ່ານມາ, EU ໄດ້ເປີດກວ້າງຂອບເຂດລົງໂທດ ເພື່ອໂຕ້ຕອບເລື່ອງ ສປປ.ເກົາຫຼີ ດຳເນີນການໂທດລອງນິວເຄຼຍ ຄັ້ງທີ 4 ແລະ ເຫດຍິງລູກສອນໄຟໄລຍະໄກ ພາຍໃຕ້ຮູບການຍິງດາວທຽມ. ນອກຈາກການປະຕິບັດມະຕິລົງໂທດພຽງຢາງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດແລ້ວ, EU ກໍເພີ່ມເຕີມບັນຊີລາຍຊື່ສິນຄ້າທີ່ຫ້າມນຳເຂົ້າ, ສົ່ງອອກເຖິງ ສປປ.ເກົາຫຼີ, ຈຳກັດການໂອນເງິນ ແລະ ບັນດາການແລກປ່ຽນດ້ານການຄ້າກັບພຽງຢາງ, ຫ້າມລົງທຶນເຂົ້າປະເທດນີ້ ແລະ ຫ້າມເຮືອບິນ, ກ່ຳປັ່ນຂອງສປປ.ເກົາຫຼີ ເດີນທາງຜ່ານເຂດທະເລ, ນ່ານຟ້າ ຫຼື ເຂົ້າທຽບທ່າບັນດາປະເທດເອີລົບ.