95 ບົດໜັງສືພິມໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 11

(VOVWORLD) -ສະພາໃຫ້ຄະແນນຮອບສຸດທ້າຍລາງວັນສື່ມວນຊົນລະດັບຊາດຄັ້ງທີ 11 ໄດ້ເລືອກເອົາ 129 ໃນຈຳນວນ 139 ບົດໜັງສືພິມທີ່ໄດ້ຜ່ານຮອບຄັດເລືອກເພື່ອເຂົ້າຮອບສຸດທ້າຍ
95 ບົດໜັງສືພິມໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 11 - ảnh 1ສະພາໃຫ້ຄະແນນຮອບສຸດທ້າຍລາງວັນສື່ມວນຊົນ

 ວັນທີ 3/6, ທ່ານຖ້ວຍຮິ້ວ, ປະທານສະພາໃຫ້ຄະແນນຮອບສຸດທ້າຍລາງວັນສື່ມວນຊົນລະດັບຊາດຄັ້ງທີ 11 ໃຫ້ຮູ້ວ່າ : ທາງສະພາໄດ້ເລືອກເອົາ 129 ໃນຈຳນວນ 139 ບົດໜັງສືພິມທີ່ໄດ້ຜ່ານຮອບຄັດເລືອກເພື່ອເຂົ້າຮອບສຸດທ້າຍ. ໃນຈຳນວນດັ່ງກ່າວ, ທາງສະພາໄດ້ຕົກລົງມອບລາງວັນໃຫ້ແກ່ 95 ບົດໜັງສືພິມທີ່ດິເດັ່ນທີ່ສຸດ, ຊຶ່ງລວມມີ 7 ລາງວັນ A , 24 ລາງວັນ , 39 ແລະ 25 ລາງວັນຊົມເຊີຍ. ຕາມຂໍ້ສັງເກດຂອງ ສະພາໃຫ້ຄະແນນຮອບສຸດທ້າຍລາງວັນສື່ມວນຊົນລະດັບຊາດຄັ້ງທີ 11 ແລ້ວ, ບັນດາບົດໜັງສືພິມທີ່ເຂົ້າຮ່ວມການປະກວດ ໄດ້ຕິດແທດກັບໜ້າທີ່ການເມືອງຂອງປະເທດຊາດ, ຂອງຂະແຣໜງການ, ຂອງທ້ອງຖິ່ນໃນປີ 2016; ສ່ອງແສງຢ່າງທັນການ ແລະ ມີຊີວິດຊີວາກ່ຽວກັບສະພາບເສດຖະກິດ, ການເມືອງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ