(vovworld)- ຢູ່ນະຄອນຫລວງວຽງຈັນ ຫາກໍດຳເນີນກອງປະຊຸມຫນ່ວຍງານຄົມມະນາຄົມຂຶ້ນກັບອົງການຍຸດທະສາດການຮ່ວມມືເສດຖະກິດ Ayeyarwady - ເຈົ້າພະຢາ - ແມ່ຂອງ (ACMECS ) ເພື່ອຕີລາຄາ ແລະ ປຶກສາຫາລືບັນດາແຜນການເຊື່ອມຕໍ່ຄົມມະນາຄົມ ລະຫວ່າງບັນດາປະເທດໃນພາກພື້ນ ມຸ່ງໄປເຖິງປະຊາຄົມ ອາຊຽນ ໃນປີ 2015. ເຂົ້າຮ່ວມກອງປະຊຸມ ມີບັນດາເຈົ້າຫນ້າທີ່ຂັ້ນສູງມາຈາກບັນດາປະເທດສະມາຊິກ ຄື: ກຳປູເຈຍ, ລາວ, ໄທ, ມ້ຽນມາ ແລະ ຫວຽດນາມ. ທີ່ການເຮັດວຽກ, ຜູ້ແທນຫລາຍທ່ານໄດ້ເນັ້ນຫນັກວ່າ: ຄົມມະນາຄົມຂົນສົ່ງມີບົດບາດສຳຄັນຕົ້ນຕໍໃນການເຊື່ອມຈອດການຮ່ວມມືອະນຸພາກພື້ນ ແລະ ຄວນນຳເຂົ້າຮ່າງຖະແຫລງການວຽງຈັນຂອງກອງປະຊຸມສຸດຍອດ ອົງການຍຸດທະສາດຮ່ວມມືເສດຖະກິດ Ayeyarwady - ເຈົ້າພະຢາ - ແມ່ຂອງ ແລະ ໂຄງການດຳເນີນງານປີ 2013 – 2015 ຂອງກອງປະຊຸມຄັ້ງນີ້. ບັນດາປະເທດສະມາຊິກ ກໍສະເຫນີບາງໂຄງການສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະສັ້ນ, ກາງ ແລະ ຍາວ. ບັນດາໂຄງການຮ່ວມມືລະຫວ່າງບັນດາປະເທດກໍຄືການຮ່ວມມືໃນອະນາຄົດກ່ຽວກັບການພັດທະນາການເຊື່ອມຕໍ່ຄົມມະນາຄົມໃນໄລຍະຕໍ່ໄປຂອງອາຊຽນ ຈະໄດ້ຮັບການປຶກສາຫາລືໃນກອງປະຊຸມສຸດຍອດ ກຳປູເຈຍ, ລາວ, ມ້ຽນມາ ແລະ ຫວຽດນາມ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດອົງການຍຸດທະສາດຮ່ວມມືເສດຖະກິດ Ayeyarwady - ເຈົ້າພະຢາ - ແມ່ຂອງ ຄັ້ງທີ 5 ດຳເນີນໄປແຕ່ວັນທີ 11 -13/3 ຈະມາເຖິງ ຢູ່ ນະຄອນຫລວງວຽງຈັນ.