ADB ຫນູນຊ່ວຍ 730 ລ້ານ USD ໃຫ້ແກ່ຂະແຫນງໄຟຟ້າ ຫວຽດນາມ

ADB ຫນູນຊ່ວຍ 730 ລ້ານ USD ໃຫ້ແກ່ຂະແຫນງໄຟຟ້າ ຫວຽດນາມ - ảnh 1
ພິທີລົງນາມໃນບ້ວງເງິນກູ້ຢືມຈາກທະນາຄານ ADB

(vovworld) - ຕອນ​ເຊົ້າ​ວັນ​ທີ 10/2 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ວັນ​ບິ່ນ, ຜູ້​ວ່າ​ການ​ທະນາຄານ​ແຫ່ງ​ລັດ ຕາງຫນ້າ​ໃຫ້​ລັດຖະບານ ຫວຽດນາມ ​ແລະ ທ່ານ Stephen P Groff ຮອງ​ປະທານ​ທະນາຄານ​ພັດທະນາ ອາຊີ (ADB) ​ໄດ້​ລົງ​ນາມ​ໃນ​ສັນຍາ​ບ້ວງ​ເງິນກູ້​ຢືມທຳ​ອິດ ລວມມູນ​ຄ່າ​ເກືອບ 121 ລ້ານ USD ​ໃຫ້​ແກ່​ໂຄງການ​ລົງທຶນ​ຕາ​ຫນ່າງ​ໄຟຟ້າ​ ​ມີ​ຍອດ​ມູນ​ຄ່າ 730 ລ້ານ USD ​ເພື່ອ​ຍົກ​ລະດັບ​ຕາ​ຫນ່າງ​ໄຟຟ້າ​ແຫ່ງ​ຊາດ ປັບປຸງ​ເລື່ອງສະຫນອງ ​ແລະ ຕອບ​​ສະຫນອງ​ຄວາມຕ້ອງການ​ນຳ​ໃຊ້​ໄຟຟ້າ ຜະລິດ​ອຸດສາຫະກຳ​ຂອງ​ຫວຽດນາມ. ບ້ວງ​ເງິນ​ໄດ້​ຮັບ​ການ​ປະຕິບັດ​ໃນ​ເວລາ 3 ປີ ​ແລະ ​ເລີ່​ມຕົ້ນ​ນັບ​ແຕ່​ປີ 2012. ບ້ວງ​ເງິນ​ນີ້ ຈະ​ຫນູນ​ຊ່ວຍ​ກໍ່ສ້າງ​ສາຍ​ສົ່ງ​ໄຟຟ້າ 500 kV ​ມີ​ຄວາມ​ຍາວ​ເກືອບ 650 ກິ​ໂລ​ແມດ ​ແລະ ສາຍ​ສົ່ງໄຟຟ້າ 220 kV ມີ​ຄວາມ​ຍາວ​ກວ່າ 100 ກິ​ໂລ​ແມດ ຢູ່ ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ. ຄຽງຂ້າງ​ນັ້ນ ​ໂຄງການ​ຍັງ​ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ຄຸ້ມ​ຄອງ,​ ບໍລິຫານ​ບັນດາການ​ເຄື່ອນ​ໄຫວ​ກຳນົດ​ການ​ລົງທຶນ,​ ການ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ