AFC ສະໜັບສະໜູນການພັດທະນາຂອງບານເຕະ ຫວຽດນາມ
(VOVWORLD) - ຕອນເຊົ້າວັນທີ 01 ພະຈິກ, ປະທານສະຫະພັນບານເຕະອາຊີ (AFC) Salman Bin Ebrahim Al Khalifa ພ້ອມດ້ວຍບັນດາເຈົ້າໜ້າທີ່ AFC ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນບານເຕະ ຫວຽດນາມ (VFF).
ທ່ານ Salman Bin Ebrahim Al Khalifa ຢ້ຽມຢາມ VFF (ພາບອິນເຕີແນັດ) |
ທີ່ການເຮັດວຽກ, ທ່ານປະທານ VFF ເລຮຸ່ງຢຸງ ຢືນຢັນວ່າ: ບັນດາສະມາຊິກໃນສະຫະພັນຂອງບານເຕະ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະ ຕີລາຄາສູງຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການໜູນຊ່ວຍຢ່າງແທດຈິງຂອງ AFC ກໍ່ຄືໃນນາມສ່ວນຕົວທ່ານປະທານ Salman Bin Ebrahim Al Khalifa ສຳລັບບານເຕະ ຫວຽດນາມ.
ສ່ວນທ່ານປະທານ AFC Salman Bin Ebrahim Al Khalifa ຕີລາຄາສູງບັນດາຜົນງານ ຊຶ່ງບານເຕະ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ: AFC ຍາມໃດກໍ່ຮັບຟັງຄຳເຫັນຂອງບັນດາສະຫະພັນສະມາຊິກ ເພື່ອໃຫ້ມີການໜູນຊ່ວຍຢ່າງທັນການ. ສະຫະພັນບານເຕະ ອາຊີ ຈະສະໜັບສະໜູນຢ່າງສຸດຄວາມສາມາດຂອງຕົນ ໃຫ້ແກ່ການພັດທະນາກິລາບານເຕະ ຫວຽດນາມ.