APECຫວຽດນາມປີ2017ຈະແມ່ນເວທີປາໄສປະດິດຄິດສ້າງ
ທ່ານ ຫວູຕຽນລົກ, ປະທານ VCCI ກ່າວຄຳເຫັນທີ່ການປະຊຸມຂ່າວ
ພາບ:baoquandoi
|
(vovworld)- ຕອນບ່າຍວັນທີ 21/3 ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ຈັດຕັ້ງການປະຊຸມຂ່າວ ແນະນຳກ່ຽວກັບການເຄື່ອນໄຫວຂອງວິສາຫະກິດໃນປີ APEC ຫວຽດນາມ 2017 ແລະ ແຈ້ງໝາກຜົນຂອງກອງປະຊຸມຄັ້ງທີ 1 ປີ 2017 ສະພາໃຫ້ປຶກສາແກ່ວິສາຫະກິດ APEC ດຳເນີນຫວ່າງແລ້ວນີ້ຢູ່ ໄທ. ຕາມແຜນການຜັນຂະຫຍາຍປີ APEC ຫວຽດນາມປີ 2017, VCCI ໄດ້ຮັບການມອບໝາຍຈາກລັດຖະບານ ເພື່ອເປັນເຈົ້າພາບຈັດຕັ້ງບັນດາເຫດການ ແລະ ການເຄື່ອນໄຫວກ່ຽວຂ້ອງເຖິງວິສາຫະກິດ ລວມມີ: ວັນທີ 13/9, ເວທີປາໄສ Startup APEC ຈະດຳເນີນຢູ່ ນະຄອນໂຮ່ຈິມີນ. ແຕ່ວັນທີ 4 -7/11, ກອງປະຊຸມຄັ້ງທີ 4 ຂອງ ABAC ຈະດຳເນີນຢູ່ ດາຫນັງ. ພິເສດ ແຕ່ວັນທີ 8-10/11, VCCI ຈະຈັດຕັ້ງກອງປະຊຸມສຳຄັນຈຳນວນຫນຶ່ງຢູ່ ດາຫນັງ. ທ່ານ ຫວູຕຽນລົກ, ປະທານ VCCI ເນັ້ນຫນັກວ່າ:
“ພວກຂ້າພະເຈົ້າຢາກໃຫ້ກອງປະຊຸມ APEC ຈັດຂຶ້ນຢູ່ຫວຽດນາມ ຕ້ອງກາຍເປັນເວທີປາໄສປະດິດຄິດສ້າງ. ແລະ ຫວັງວ່າ ກອງປະຊຸມຄັ້ງນີ້ຂອງ APEC ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງວິສາຫະກິດ ຈະກາຍເປັນບັນດາການເຄື່ອນໄຫວປະດິດຄິດສ້າງແຖວຫນ້າໃນປະຫວັດສາດ APEC ແລະ ພິເສດ ກອງປະຊຸມນີ້ຈະນຳມາເຊິ່ງມູນຄ່າເພີ່ມໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ.”