(ພາບປະກອບຈາກAFP)
(vovworld) – ບັນດາພື້ນຖານເສດຖະກິດສະມາຊິກຂອງເວທີຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC) ໄດ້ ເຫັນດີສ້າງຕັ້ງເຂດການຄ້າເສລີ (FTA) ຢູ່ເຂດນີ້. ວັນທີ 16/8, ທ່ານ ຈາງຈຽນ, ຫົວໜ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດຈີນ, ໃຫ້ຮູ້ວ່າບັນດາສະມາຊິກ APEC ໄດ້ເຫັນດີກ່ຽວກັບເລື່ອງສືບຕໍ່ຊຸກຍູ້ການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ດຳເນີນວິວັດການສ້າງຕັ້ງ FTA ອາຊີປາຊີຝິກ. ນອກນັ້ນຝ່າຍຕ່າງໆຈະພ້ອມກັນແບ່ງປັນຄວາມຮູ້ລວມກ່ຽວກັບເລື່ອງ ຊຸກຍູ້ການປະຕິຮູບເສດຖະກິດກວ່າອີກ, ສ້າງເງື່ອນໄຂໃຫ້ແກ່ຫົວຄິດ ປະດິດສ້າງ ແລະ ເພີ່ມທະວີການເຊື່ອມໂຍງໃນພາກພື້ນ, ແນໃສ່ຮັບປະກັນພັດທະນາເສດຖະກິດອາຊີປາຊີຝິກ. ເຈົ້າໜ້າທີ່ທ່ານນີ້ຍັງໃຫ້ຮູ້ວ່າບັນດາບັນຫານີ້ຈະໄດ້ຮັບການປຶກສາຫາລືທີ່ກອງປະຊຸມບັນດາການນຳເສດຖະກິດ APECໃນເດືອນ 11 ຈະມາເຖິງຢູ່ປັກກິງ.