APEC 2017: ນາຍົກລັດຖະມົນຕີການາດາເຊື່ອໝັ້ນການຢ້ຽມຢາມຈະຊຸກຍູ້ຫຼາຍບັນຫາສຳຄັນ

(VOVWORLD) -ວັນທີ 2 ພະຈິກ, ທ່ານ Justin Trudeau, ນາຍົກລັດຖະມົນຕີ ການາດາ ແຈ້ງໃຫ້ຮູ້ວ່າ ທ່ານຈະດຳເນີນການຢ້ຽມຢາມ ຫວຽດນາມ ແລະ ຟີລິບປິນ ຢ່າງເປັນທາງການໃນລະຫວ່າງວັນທີ 6-14 ພະຈິກ,

APEC 2017: ນາຍົກລັດຖະມົນຕີການາດາເຊື່ອໝັ້ນການຢ້ຽມຢາມຈະຊຸກຍູ້ຫຼາຍບັນຫາສຳຄັນ  - ảnh 1 ທ່ານ Justin Trudeau, ນາຍົກລັດຖະມົນຕີ ການາດາ

(ພາບປະກອບ: AFP/TTXVN)

 ພ້ອມທັງສະແດງຄວາມຫວັງວ່າ, ການພົບປະກັບບັນດາການນຳຫວຽດນາມ ຈະຊຸກຍູ້ຫຼາຍບັນຫາສຳຄັນລະຫວ່າງສອງປະເທດ.

ທ່ານ Justin Trudeau, ນາຍົກລັດຖະມົນຕີ ການາດາ ຢືນຢັນວ່າການພົວພັນລະຫວ່າງ ການາດາ - ຫວຽດນາມ ຕິດພັນກັບສາຍພົວພັນແລກປ່ຽນປະຊາຊົນ ແລະ ໄດ້ຮັບການເປີດກວ້າງຢ່າງແຮງໃນ 40 ປີຜ່ານມາ. ບົນພື້ນຖານນັ້ນ, ທ່ານສະແດງຄວາມປາຖະໜາວ່າ, ການພົບປະໃນຕໍ່ໜ້າກັບບັນດາການນຳ ຫວຽດນາມ ຈະຊຸກຍູ້ບັນດາບັນຫາສຳຄັນຄືການຄຸ້ມຄອງ, ການເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເປີດຫຼາຍໂອກາດໃຫ້ຄົນຊັ້ນກາງຢູ່ທັງສອງປະເທດ .

ຕອບກັບ

ຂ່າວ/ບົດ​ອື່ນ