(VOVWORLD) ວັນທີ 25 ສິງຫາ, ຢູ່ສະໜາມກິລາແຂວງ Tyumen, ລັດເຊຍ, ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດໃນຮອບຄັດເລືອກ ການເສັງ “ແຜນການປອດໄພ”.
ໃນຂອບເຂດງານມະຫາກຳກິລາການທະຫານສາກົນ - Army Games 2021, ວັນທີ 25 ສິງຫາ, ຢູ່ສະໜາມກິລາແຂວງ Tyumen, ລັດເຊຍ, ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດໃນຮອບຄັດເລືອກ ການເສັງ “ແຜນການປອດໄພ”.
ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ລອດເຂົ້າຮອບຊີງຊະນະເລີດ (ພາບ: qdnd.vn) |
ທິມທະຫານຊ່າງແສງ ກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນກັບທິມ ອີຢິບ, ອິນເດຍ ແລະ ເວເນຊູເອລາ ໃນນັດທີ 2. ດ້ວຍການບັນລຸໄດ້ຈຸດໝາຍທຳອິດໃນນັດທີ 2 ນີ້, ແນ່ນອນວ່າ ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ຈະໄດ້ລອດເຂົ້າຮອບຊີງຊະນະເລີດ ເຊິ່ງຄາດວ່າຈະດຳເນີນໃນຕອນເຊົ້າວັນທີ 29 ສິງຫາ ຈະມາເຖິງ.
ຕາມໝາກຜົນທີ່ໄດ້ປະກາດຢ່າງເປັນທາງການຂອງຄະນະກຳມະການໃນວັນທີ 25 ສິງຫາ, ໃນຂອບເຂດ Army Games 2021, ທິມທະຫານເຮືອກອງທັບປະຊາຊົນ ຫວຽດນາມ ຍາດໄດ້ອັນດັບໜຶ່ງໃນການເສັງຍິງປືນໃຫຍ່ AK 176.