BIDV ໜູນຊ່ວຍແກ້ໄຂ ຜົນຮ້າຍຢ້ອນຫຼັງ ຈາກອຸບັດຕິເຫດ ເຮືອບິນຕົກຢູ່ລາວ
BIDV ໄດ້ໜູນຊ່ວຍ 1.000 USD ໃຫ້ແກ່ແຕ່ລະຄອບຄົວຂອງນັກບິນ
ແລະ ພາລະກອນຮັບໃຊ້ໃນຖ້ຽວບິນຖືກອຸບັດຕິເຫດ
(ພາບ: vietnamplus.vn)
(vovworld) - ວັນທີ 18 ຕຸລາ, ຜູ້ຕາງໜ້າທະນາຄານລົງທຶນພັດທະນາຫວຽດນາມ (BIDV) ຢູ່ລາວ ໄດ້ໄປເຮັດວຽກກັບການນຳບໍລິສັດການບິນແຫ່ງຊາດລາວ (Lao Airlines) ເພື່ອສົ່ງຄວາມເສົ້າສະລົດໃຈ ແລະ ໜູນຊ່ວຍບັນດາຜູ້ຖືກເຄາະຮ້າຍໃນເຫດເຮືອບິນຕົກໃນວັນທີ 16 ຕຸລາ ຜ່ານມາ. ເຊິ່ງຕາມນັ້ນແລ້ວ, BIDV ໄດ້ໜູນຊ່ວຍ 1.000 USD ໃຫ້ແກ່ແຕ່ລະຄອບຄົວຂອງນັກບິນ ແລະ ພາລະກອນຮັບໃຊ້ໃນຖ້ຽວບິນຖືກອຸບັດຕິເຫດ.
ຕາງໜ້າໃຫ້ການນຳ Lao Airlines, ທ່ານນາງ ຫຼວງສະໄໝ ຫຼ່ວງວັນໄຊ, ຮອງຜູ້ອຳນວຍການໃຫຍ່ Lao Airlines ໄດ້ຂອບອົກຂອບໃຈການນຳ BIDV ທີ່ໄດ້ໜູນຊ່ວຍ, ລະດົມໃຈ, ແບ່ງປັນຢ່າງທັນການເຖິງບັນດາຄອບຄົວຜູ້ປະສົບເຄາະຮ້າຍ. ທ່ານນາງໃຫ້ຮູ້ວ່າ Lao Airlines ແລະ ບັນດາອົງການທີ່ມີໜ້າທີ່ພວມມານະພະຍາຍາມຊອກຫາຊາກສົບຜູ້ຖືກເຄາະຮ້າຍ, ສ້າງເງື່ອນໄຂສະດວກໃຫ້ຍາດຕິພີນ້ອງ ຜູ້ຮັບເຄາະຮ້າຍໄປສະຖານທີ່ເກີດອຸບັດຕິເຫດ, ໜູນຊ່ວຍແກ່ການຈັດຕັ້ງງານສົບໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.