(vovworld) – ງານຕະຫຼາດນັດ ອາຊຽນ - ຈີນ (CAEXPO) ແລະ ກອງປະຊຸມສຸດຍອດການລົງທຶນ ແລະ ການຄ້າ ອາຊຽນ - ຈີນ (CABIS) ຄັ້ງທີ 11 ຖືກໄຂຂຶ້ນໃນຕອນເຊົ້າວັນທິ 16/9, ຢູ່ນະຄອນໜາມໜິງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງກວາງສີ, ປະເທດຈີນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ: CAEXPO ແມ່ນໜຶ່ງໃນບັນດາຜົນງານຂອງການພົວພັນຮ່ວມມືຍຸດທະສາດ ອາຊຽນ - ຈີນ. ສິ່ງດັ່ງກ່າວຈະນຳມາເຊິ່ງບັນດາຜົນງານອັນໃຫຍ່ຫຼວງ, ພາໄປເຖິງການສ້າງບັນດາຄຸນຄ່າເຊື່ອມໂຍງ ແລະ ປະຊາຄົມພ້ອມກັນແບ່ງປັນຢູ່ ອາຊີ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາເສດຖະກິດຢູ່ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ: ເພື່ອຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ການພັດທະນາແບບຍືນຍົງ, ຂະຫຍັນຂັນເຄື່ອນໃນພາກພື້ນ, ສິ່ງສຳຄັນແມ່ນອາຊຽນ ແລະ ຈີນ ຕ້ອງຮ່ວມມືຢ່າງແໜ້ນແຟ້ນກ່ວາອີກເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ, ປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ກໍ່ຄືບັນລຸປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC), ບົນພື້ນຖານກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).