( vovworld ) – ງານບຸນຕາມທ້ອງຖະໜົນ Carnaval Ha Long 2012 ຈະດຳເນີນໄປໃນຕອນຄໍ່າວັນທີ 1/5 ຢູ່ເຂດທ່າງທ່ຽວ Bai Chay. Carnaval ປີນີ້ໄດ້ຮັບການຕີລາຄາວ່າ ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນຮອດປະຈຸບັນ, ເພາະວ່າຖືກໄຂຂຶ້ນກົງກັບຈຸດເວລາອ່າວ Ha Long ໄດ້ຮັບນາມມະຍົດກາຍເປັນສິ່ງມະຫັດສະຈັນແຫ່ງໃໝ່ຂອງໂລກ. ນັກສີລະປິນປະຊາຊົນ Le Tien Tho, ຫົວໜ້າສະມາຄົມນັກສີລະປິນ, ຜູ້ກຳກັບການສະແດງໃຫ້ຮູ້ວ່າ, ມີນັກສຶກສາ ແລະ ປະຊາຊົນປະມານ 3.200 ຄົນ ເຂົ້າຮ່ວມງານບຸນ. ນັກສີລະປິນປະຊາຊົນ Le Tien Tho ໃຫ້ຮູ້ວ່າ.
“ ພວກຂ້າພະເຈົ້າໄດ້ກະກຽມລາຍການແຕ່ຕົ້ນເດືອນ 4. ໃນເວລາ 10 ວັນຈະຝຶກແອບ ແລະ ພວກຂ້າພະເຈົ້າຈະຝຶກແອບໃນຄວາມຮ້ອນຂອງການເລີ່ມຕົ້ນເຂົ້າລະດູແລງ. ນອກຈາກພາກຕົ້ນຕໍ່ແລ້ວ ພວກຂ້າພະເຈົ້າກໍຈະຈັດບັນດາການເຄື່ອນໄຫວຂອງຕາແສງ, ເມືອງຈຳນວນໜື່ງ. ພວກຂ້າພະເຈົ້າສຸມໃສ່ຈຸດພົ້ນເດັ່ນຂອງວັດທະນະທຳຫວຽດນາມ, ພິເສດແມ່ນວັດທະນະທຳ Ha Long. ຄືວັດທະນະທຳຈິດວິນຍານ Quang Ninh, ວັດທະນະທຳທະເລ, ວັດທະນະທຳຖ່ານຫີນ ແລະ ວັດທະນະທຳຊົນເຜົ່າ ”.
Carnaval ຄັ້ງນີ້ຍັງມີການສະແດງຂອງບັນດາປະເທດເພື່ອນມິດຄືຈີນ, ສ.ເກົາຫຼີ, ລາວ ແລະ ພິເສດແມ່ນການສະແດງຍິງບັ້ງໄພດອກສີລະປະ. ທ່ານ Ha Quang Long, ຫົວໜ້າພະແໜກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ Quang Ninh ຢືນຢັນວ່າ.
“ ອາດເວົ້າໄດ້ວ່າ, Carnaval ປີ 2012 ນີ້ ແມ່ນການສົມທົບກັນຢ່າງກົມກຽວລະຫວ່າງລັກສະນະພື້ນເມືອງ ແລະ ທັນສະໄໝ. ລະຫວ່າງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າແຂວງ Quang Ninh ດ້ວຍການເຂົ້າຮ່ວມຂອງຄະນະນັກສີລະປິນສາກົນຕ່າງໆ, ບັນດາຄະນະນັກສີລະປິນສູນກາງເພື່ອສ້າງ Carnaval ໜື່ງທີ່ມີສີສັນຫຼາກຫຼາຍ, ເຂັ້ມຂົ້ນໄປດ້ວຍສີສັນທີ່ເປັນມູນເຊື້ອ ແລະ ທັນສະໄໝ. ສະແດງໃຫ້ເຫັນການເຊື່ອມໂຍງ ແລະ ພັດທະນາຂອງແຂວງ Quang Ninh ໃນໄລຍະທີ່ຈະມາເຖິງ. ”