ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ |
(vovworld)- ວັນທີ 26/10, ກອງປະຊຸມສັ້ນສູງກ່ຽວກັບການຮ່ວມມືກຳປູເຈຍ-ລາວ-ມ້ຽນມາ-ຫວຽດນາມ(CLMV)ຄັ້ງທີ 8 ໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມໄດ້ຢືນຢັນອີກເທື່ອໜຶ່ງເຖິງຄວາມຕັດສິນໃຈສືບຕໍ່ເພີ່ມທະວີການຮ່ວມມືໃນກົນໄກ CLMV ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງອະນຸພາກພື້ນ, ຄັດແຄບຄວາມຜິດໂຕນກ່ຽວກັບລະດັບການພັດທະນາກັບບັນດາປະເທດສະມາຊິກອື່ນໃນອາຊຽນ.
ຖະແຫຼງການຮ່ວມລວມມີ 17 ຂໍ້, ໃນນັ້ນ ເນັ້ນໜັກເຖິງພາລະກຳເປັນແກ່ນສານຂອງການຮ່ວມມື CLMV ແມ່ນຂອບເຂດຊຸກຍູ້ການປະສານສົມທົບດ້ານນະໂຍບາຍ ແລະ ການເຄື່ອນໄຫວລວມລະຫວ່າງ 4 ປະເທດແນໃສ່ຮັບປະກັນໃນອະນາຄົດມີ ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.
ກອງປະຊຸມສັ້ນສູງກ່ຽວກັບການຮ່ວມມືກຳປູເຈຍ-ລາວ-ມ້ຽນມາ-ຫວຽດນາມ(CLMV)ຄັ້ງທີ 8 ຢູ່ຮ່າໂນ້ຍໄດ້ເປັນເອກະພາບໃຫ້ກຳປູເຈຍຈະເປັນເຈົ້າພາບຈັດກອງປະຊຸມສັ້ນສູງກ່ຽວກັບການຮ່ວມມືກຳປູເຈຍ-ລາວ-ມ້ຽນມາ-ຫວຽດນາມ(CLMV)ຄັ້ງທີ 9 ໃນປີ 2018.
ໃນວັນດຽວກັນ, ກອງປະຊຸມຂັ້ນສູງຍຸດທະສາດການຮ່ວມມືເສດຖະກິດ ອາເຢວາດີ-ເຈົ້າພະຍາ-ແມ່ຂອງ (ACMECS) ຄັ້ງທີ 7 ໄດ້ອອກຖະແຫຼງການຮ່າໂນ້ຍຊຶ່ງໄດ້ຢືນຢັນບັນດາຜົນງານທີ່ການຮ່ວມມື ACMECS ບັນລຸໄດ້ນັບແຕ່ເວລາສ້າງຕັ້ງມາຮອດປະຈຸບັນ, ໝັ້ນໝາຍຜັນຂະຫຍາຍການເຄື່ອນໄຫວບັນດາການເຄື່ອນໄຫວຮ່ວມມືໃນໄລຍະທີ່ຈະເຖິງ.
ຖະແຫຼງການຮ່າໂນ້ຍຍັງຊົມເຊີຍຜົນສຳເລັດຂອງກອງປະຊຸມເວທີປາໄສເສດຖະກິດໂລກ (WEF ) ກ່ຽວກັບພາກພື້ນແມ່ນ້ຳຂອງຄັ້ງທີ 1 ໂດຍຫວຽດນາມລິເລີ່ມ ແລະ ດຳເນີນ ແນໃສ່ໂຄສະນາທ່າແຮງບົ່ມຊ້ອນຢ່າງໃຫ່ຍຫຼວງຂອງພາກພື້ນແມ່ນ້ຳຂອງໃຫ້ແກ່ປະຊາຄົມວິສາຫະກິດສາກົນ. ACMECS ຄັ້ງທີ 7 ໄດ້ເຫັນດີເປັນເອກະສັນວ່າ ກອງປະຊຸມຂັ້ນສູງຍຸດທະສາດການຮ່ວມມືເສດຖະກິດ ອາເຢວາດີ-ເຈົ້າພະຍາ-ແມ່ຂອງ (ACMECS) ຄັ້ງທີ 8 ຈະຖືກຈັດຂຶ້ນຢູ່ໄທໃນປີ 2018.