ກຳລັງກູ້ໄພກູ້ຊີບ Colombia ມະນາພະຍາຍາມໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍ
(ພາບ: EPA/TTXVN)
|
(vovworld) – ວັນທີ 2/4, ທ່ານປະທານາທິບໍດີ Colombia Juan Manuel Santos ໃຫ້ຮູ້ວ່າ: ເຫດດິນເຊາະເຈື່ອນ ແລະ ນ້ຳແກ່ງຖ້ວມເກີດຂຶ້ນຢູ່ນະຄອນ Mocoa, ເມືອງເອກແຂວງ Putumayo, ເຮັດໃຫ້ 210 ຄົນເສຍຊີວິດ, ກ່ວາ 200 ຄົນຖືກຮັບບາດເຈັບ, ເຮັດໃຫ້ນັບສິບຄົນຖືກຫາຍສາບສູນ ແລະ 17 ເຂດຊຸມຊົນຂອງທ້ອງຖິ່ນນີ້ຕ້ອງຮັບຜົນສະທ້ອນ. ຜູ້ນຳລັດ Colombia ໃຫ້ຮູ້ວ່າ: ຝົນຕົກ ແລະ ດິນເຊາະເຈື່ອນເຮັດໃຫ້ພົນລະເມືອງຂອງແຂວງ Putumayo ປະມານ 85% ບໍ່ມີໄຟຟ້າ ແລະ 5 ໃນຈຳນວນຂົວ 7 ແຫ່ງຢູ່ນະຄອນ Mocoa ຖືກຜົນສະທ້ອນ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວກູ້ຊ່ວຍມະນຸດສະທຳ. ປະທານາທິບໍດີ Santos ໃຫ້ຄຳໝັ້ນສັນຍາຈະກໍ່ສ້າງເຮືອນຊານຄືນໃໝ່ ແລະ ສະໜອງບ້ວງເງິນປະກັນໄພທີ່ມີມູນຄ່າເກືອບ 6.500 USD ໃຫ້ບັນດາຄອບຄົວຖືກຜົນສະທ້ອນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດຝົນຕົກຄັ້ງປະຫວັດສາດນີ້.