ໄພນ້ຳຸຖ້ວມຢູ່ ປາຣີ ໃນປີ 2016 ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍຂຶ້ນ
(ພາບ: sggp.org.vn)
|
(vovworld)- ກອງປະຊຸມຄັ້ງທີ 22 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP22) ດຳເນີນໃນລະຫວ່າງວັນທີ 7-18/11 ຢູ່ນະຄອນ Marrakech ຂອງ Maroc ໂດຍມີການເຂົ້າຮ່ວມຂອງ ປະມຸກລັດ 43 ທ່ານ ແລະ ການນຳລັດຖະບານບັນດາປະເທດໃນໂລກ 32 ທ່ານ. ນອກຈາກບັນດາຄະນະຜູ້ແທນທາງການແລ້ວ, ຍັງມີ 3.300 ອົງການຈັດຕັ້ງສັງຄົມພົນລະເຮືອນ ຈະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດເຫດການນີ້. ທີ່ການປະຊຸມຂ່າວໃນວັນທີ 6/11 ຢູ່ Marakech, ປະທານ COP22 ທ່ານ Salaheddine Mezouar ໃຫ້ຮູ້ວ່າ: COP22 ວາງຄາດໝາຍສ້າງຕັ້ງບັນດາຫລັກການເພື່ອປະຕິບັດສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊື່ງມີຜົນສັກສິດແຕ່ວັນທີ 4/11 ເປັນຕົ້ນໄປ ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກ 100 ປະເທດ ທີ່ກວມເຖິງ 68% ຍອດປະລິມານການປ່ອຍອາຍແກສເຮືອນແກ້ວ (GES) ໃນໂລກ. ຕົວເລກດັ່ງກ່າວໄດ້ລື່ນກາຍລະດັບກຳນົດ ນັ້ນແມ່ນຢ່າງຫນ້ອຍສຸດມີ 55 ປະເທດ ກວມເຖິງ 55% GES ໃຫ້ສັດຕະຍາບັນສັນຍານີ້.