CPI ປີ 2014 ເພີ່ມຂຶ້ນ 4,09% ເມື່ອທຽບໃສ່ປີ 2013

CPI ປີ 2014 ເພີ່ມຂຶ້ນ 4,09% ເມື່ອທຽບໃສ່ປີ 2013 - ảnh 1
(ພາບປະກອບ)

(vovworld) – CPI ປີ 2014 ​ເພີ່ມ​ຂຶ້ນ 4,09% ​ເມື່ອ​ທຽບ​ໃສ່​ປີ 2013, ຕົວ​ເລກ​ດັ່ງກ່າວ​ຕໍ່າ​ກວ່າ​ຫຼາຍເມື່ອ​ທຽບ​ໃສ່​ຄາດໝາຍ 7% ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ນີ້​ແມ່ນ​ໝາກຜົນ​ທີ່​ໜ້າ​ຊື່ນຊົມ​ ​ໃນ​ສະພາບ​ທີ່​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ປີ 2014 ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

        ​ໃນ​ບົດ​ລາຍ​ງານ​ເຊິ່ງກົມ​ໃຫຍ່​ສະ​ຖິຕິ​ປະກາດ​ໃນ​ວັນ​ທີ 24/12, ​ເລື່ອງ​ດັດຊະນີລາຄາ​ໃຊ້​ສອຍ (CPI) ຖືກຫຼຸດ​ລົງ​ໃນ 2 ​ເດືອນ​ຢ່າງ​ລຽນ​ຕິດ ຍ້ອນ​ຜົນ​ກະທົບ​ຈາກ​ໝວດ​ບໍລິການ​ຄົມມະນາຄົມ. ດັດຊະນີ​ລາຄາ​ໃຊ້​ສອຍຖືກຫຼຸດ​ລົງກວ່າ 3% ​ໃນ​ເດືອນ 11 ຍ້ອນລາຄາ​ນ້ຳມັນຖືກ​ຫຼຸດ​ລົງ​ຢ່າງຕໍ່​ເນື່ອງ. ລາຄາອາຍ​ແກ​ສ ​ຖືກຫຼຸດ​ລົງ​ ​ເຮັດ​ໃຫ້​ດັດຊະນີ​ກ່ຽວ​ກັບ​ເຮືອນ​ຢູ່ - ວັດ​ສະ​ດຸ​ກໍ່ສ້າງ​ຫຼຸດ​ລົງ​ປະມານ 0,4% ​ໃນ​ເດືອນ 12. ສ່ວນ​ໝວດສິນຄ້າ​ໃນ​ການ​ຄິດ​ໄລ່ CPI ລ້ວນ​ແຕ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ເດືອນ​ທ້າຍ​ປີ ​ແລະ ບໍ່​ມີ​ໝວດ​ສິນຄ້າ​​ໃດ​ເພີ່ມ​ຂຶ້ນ​ເຖິງ 1%.

        ​ແລະກໍ່ຕາມ​ກົມ​ໃຫຍ່​ສະ​ຖິຕິ​ແລ້ວ, ລາຄາ​ຄຳ​ໃນ​ປີ 2014 ຖືກຫຼຸດ​ລົງ​ຢ່າງ​ແຮງຢູ່​ໃນ​ລະດັບ 11,49% ​ເມື່ອ​ທຽບ​ໃສ່​ປີ 2013. ດັດ​ຊະນີ​ລາຄາ USD ປີ 2014 ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ​ໃນ​ລະດັບ 0,56% ​ເມື່ອ​ທຽບ​ໃສ່​ປີ 2013.

ຂ່າວ/ບົດ​ອື່ນ