(vovworld) – ວັນທີ 1/7, Croatia ໄດ້ເຂົ້າເປັນສະມາຊິກສະຫະພາບ ເອີລົບ (EU). ໝາຍຄວາມວ່າ, Croatia ຈະກາຍເປັນປະເທດສະມາຊິກທີ 28 ຂອງກຸ່ມສະຫະພາບເອີລົບ. ເປັນຄັ້ງທຳອິດ, Croatia ຈົດທະບຽນກາຍເປັນສະມາຊິກຂອງ ສະຫະພາບເອີລົບ ຢ່າງເປັນທາງການໃນເດືອນ 12/2011, ຫຼັງຈາກນັ້ນ, ຄະນະກຳມະການ ເອີລົບ ໄດ້ສົ່ງສັນຍານສ້າງເງື່ອນໄຂໃຫ້ Croatia ເຂົ້າເປັນສະມາຊິກຂອງອົງການນີ້, ດ້ວຍເລື່ອງເຫັນດີເປັນເອກະພາບປະຕິບັດສຳເລັດວິວັດການເຈລະຈາກ່ຽວກັບບັນຫານີ້. Croatia ແມ່ນປະເທດທີ 2 ຂອງຍູໂກສລາເວີຍ ເກົ່າ ທີ່ເຂົ້າເປັນສະມາຊິກຂອງສະຫະພາບເອີລົບ. ກ່ອນນະນັ້ນ, Slovenia ໄດ້ເຂົ້າເປັນສະມາຊິກຂອງ EU ໃນປີ 2004.