(vovworld) - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳລັດເຊຍໃຫ້ຂ່າວວ່າ: ວັນທີ 10/2, Duma ແຫ່ງຊາດ (ຫຼືສະພາຕ່ຳ) ລັດເຊຍ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ລັດເຊຍ ແລະ ອອກຖະແຫຼງການດ້ວຍຫຼັກໝັ້ນສະໜັບສະໜູນຝ່າຍລັດຖະບານໃນການປະທະກັນຢູ່ Syria, ສະໜັບສະໜູນກົນໄກແກ້ໄຂບັນຫາຢູ່ Syria ດ້ວຍການໂອ້ລົມສົນທະນາພາຍໃນ ບົນພື້ນຖານບັນດາຝ່າຍຕົກລົງການປະລະກຳລັງອາວຸດ. Duma ແຫ່ງຊາດຖືວ່າ: ໃນທຸກໆກໍລະນີ, ສະຫະປະຊາຊາດ ຕ້ອງຮັກສາບົດບາດເປັນຜູ້ໄກ່ເກ່ຍ, ບໍ່ໄດ້ອ່ຽງໄປຕາມຝ່າຍໃດ. ບັນດາສະມາຊິກສະພາແຫ່ງຊາດລັດເຊຍໄດ້ຮຽກຮ້ອງສະຫະພັນບັນດາປະເທດອາຣັບຈົ່ງຕັ້ງໜ້າໃນການເຂົ້າຮ່ວມການສ້າງຕັ້ງສັນຕິພາບຢູ່ພາກພື້ນ, ແກ່ຍາວເວລາຕື່ມອີກໃຫ້ແກ່ຄະນະຜູ້ສັງເກດການ, ສ້າງເງື່ອນໄຂເພື່ອໃຫ້ບັນດາຝ່າຍປະທະກັນມຸ້ງໄປເຖິງການໂອ້ລົມສົນທະນາໂດຍບໍ່ນຳໃຊ້ກຳລັງອາວຸດ. ລັດເຊຍກໍ່ໄດ້ອອກສຽງຄັດຄ້ານການກະທຳປຽບເໝືອນແຜນການເດີມທີ່ໄດ້ປະຕິບັດ ຂອງ Lybia ຢູ່ Syria, ກ່າວປະນາມການກະທຳແຊກແຊງດ້ວຍກຳລັງອາວຸດຈາກພາຍນອກເຂົ້າໃນວຽກງານພາຍໃນຂອງປະເທດອື່ນ.
ຄຽງຄູ່ກັນນັ້ນ, ທ່ານປະທານ Duma ແຫ່ງຊາດລັດເຊຍ Sergei Naryshkin ກໍ່ໄດ້ກ່າວຄຳເຫັນສະແດງການກຽມພ້ອມທີ່ສົ່ງຜູ້ຕາງໜ້າຂອງ Duma ແຫ່ງຊາດລັດເຊຍໄປ Syria ດ້ວຍບົດບາດເປັນຜູ້ສັງເກດການຖ້າຫາກມີຄວາມຮຽກຮ້ອງ.