ECOWAS ຈັດການປະຊຸມດ່ວນ ກ່ຽວກັບສະພາບການຢູ່ມາລີ

ECOWAS ຈັດການປະຊຸມດ່ວນ ກ່ຽວກັບສະພາບການຢູ່ມາລີ - ảnh 1

ສະພາບ​ການ​ຢູ່​ມາລີ

(ພາບ:news.chodientu.vn)

( vovworld ) ​ວັນ​ທີ 1/4, ປະທານ​ປະຊາ​ຄົມ​ເສດຖະກິດ​ບັນດາ​ປະ​ເທດ​ອາ​ຟິຼກກາ​ຕາ​ເວັນ​ຕົກ (ECOWAS), ​ປະທານາທິບໍດີ Cotdivoa Alassne Ouattara ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ບັນດາ​ປະ​ເທດ​ອາ​ຟິຼກກາ​ຕາ​ເວັນ​ຕົກ ຈັດການ​ປະຊຸມ​ໃນ​ວັນ​ທີ 2/4 ​ຢູ່ນະຄອນຫຼວງ Darkar ຂອງ Senegal ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ມາ​ລີ. ກອງ​ປະຊຸມ​ນີ້​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ ​ECOWAS ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັ້ງສາກົນ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ໃຫ່​ແກ່​ສະພາບ​ການຂາດ​ສະຖຽນ​ລະ​ພາບ​ຢູ່ມາລີ ​ໃນ​ປະຈຸ​ບັນ. ກ່ອນ​ໜ້ານັ້ນ, ​ໃນ​ວັນ​ດຽວ​ກັນ, ອຳ​ກາດ​ການ​ປົກຄອງ​ມາລີ​ ປະກາດ​ວ່າ ລັດຖະທຳ​ມະນູນ​ປະ​ເທດ​ນີ້ ​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ ພ້ອມ​ທັງ​ຢັ້ງຢືນ​ຈະ​ສ້າງຕັ້ງບັນດາ​ລະບອບ​ຂອງ​ລັດ ກ່ອນ​ທີ່​ຈະ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ພົນລະ​ເຮືອນ. ກ່ຽວ​ກັບ​ບັນດາ​ບັນຫາ​ມາລີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ຕື່ມ​ອີກວ່າ: ກຸ່ມ​ພວກ​ກະບົດ​ຊາວ Tuareg ປະກາດ​ວ່າ​ໄດ້​ກຳ​ສິດຄວບ​ຄຸມ​ Timbuktu ຊື່​ງ​ແມ່ນ​ນະຄອນ​ໃຫ່ຍສຸດ​ທ້າຍ​ຢູ່​ພາກ​ເໜືອ​ປະ​ເທດ​ມາລີ​ແລ້ວ.

ຂ່າວ/ບົດ​ອື່ນ