EP ສະໜັບສະໜູນ ການຮັບຮອງລັດ ປາແລດສຕິນ
(ພາບປະກອບ: Getty)
(vovworld) – ດ້ວຍບັດເຫັນດີ 498 ບັດ, ບັດຂາວ 88 ບັດ, ວັນທີ 17/12, ລັດຖະສະພາເອີລົບ (EP) ຮັບຮອງເອົາມະຕິສະບັບໜຶ່ງສະໜັບສະໜູນລັດປາແລດສຕິນ ບົນຫຼັກການ. ນີ້ແມ່ນການກະທຳມີລັກສະນະປະນິປະນອມ, ບໍ່ຄືກັນກັບບັນດາອົງການນິຕິບັນຍັດຂອງບາງປະເທດເອີລົບ ທີ່ສະໜັບສະໜູນການຮັບຮອງລັດປາແລດສຕິນ ໂດຍທັນທີ. ມະຕິໄດ້ເນັ້ນໜັກວ່າ, EP ສະໜັບສະໜູນບົນຫຼັກການຮັບຮອງລັດປາແລດສຕິນ ແລະ ມາດຕະການແກ້ໄຂ 2 ລັດ, ແຕ່ສະແດງຄວາມເຊື່ອໝັ້ນວ່າ ການກະທຳດັ່ງກ່າວຕ້ອງໄປພ້ອມກັບຄວາມຄືບໜ້າໃນການເຈລະຈາສັນຕິພາບ ທີ່ຕ້ອງການໄດ້ຮັບການຊຸກຍູ້.
ກ່ອນໜ້ານັ້ນ, ລັດຖະສະພາບາງປະເທດເອີລົບຄື: ຝລັ່ງ, ອັງກິດ, ແອດສປາຍ, ອາຍແລນ ແລະ ປອກຕຸຍການກໍ່ໄດ້ປ່ອນບັດຮຽກຮ້ອງລັດຖະບານຮັບຮອງລັດປາແລດສຕິນ ເພື່ອກໍ່ຄວາມກົດດັ່ນ, ບັງຄັບໃຫ້ອິດສຣາແອນ ດຳເນີນວິວັດທະນາການສັນຕິພາບຄືນໃໝ່, ໃນຂະນະນັ້ນ, ສະວິດ ໄດ້ຮັບຮອງລັດປາແລດສຕິນ ຢ່າງເປັນທາງການ.