EU ບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານປີ 2015
(ພາບປະກອບ)
(vovworld) – ວັນທີ 09/12, ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ແລະ ລັດຖະສະພາເອີລົບ (EP) ບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານປີ 2015 ພາຍຫຼັງຮັດແຄບຄວາມບໍ່ລົງລອຍກັນທີ່ໃຫຍ່ຫຼວງ. ຕາມນັ້ນແລ້ວ, ງົບປະມານໃຫ້ EU ໃນປີ 2015 ຈະແມ່ນ 174,5 ຕື້ USD. ຕາມທ່ານ Pier Carlo Padoan, ລັດຖະມົນຕີວ່າການກະຊວງການເງິນອີຕາລີ ເຊິ່ງແມ່ນປະເທດພວມເປັນປະທານຜັດປ່ຽນກັນຂອງສະພາເອີລົບ ແລ້ວ, ຂໍ້ຕົກລົງຈະຊ່ວຍໃຫ້ EU ຊຳລະບ້ວງເງິນຕ່າງໆ ແລະ ບໍ່ທຳລາຍຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ ໃນການປັບປຸງດ້ານເງິນພາກລັດ, ພ້ອມທັງສ້າງກຳລັງໜູນທີ່ຈຳເປັນໃຫ້ແກ່ການເຕີບໂຕ ແລະ ສ້າງວຽກເຮັດງານທຳໃນອະນາຄົດ. ໃນຍອດຈຳນອນງົບປະມານດັ່ງກ່າວ, EU ຈະສະຫງວນ 8 ຕື້ໂອໂຣ ໃຫ້ແຜນການຊຸກຍູ້ເສດຖະກິດ EU ຂອງທ່ານປະທານຄະນະກຳມະການເອີລົບ Jean Claude Jumcker.
ຕາມແຜນການແລ້ວ, ຄະນະກຳມະການງົບປະມານຂອງ Ep ຈະຮັບຮອງເອົາຂໍ້ຕົກລົງດັ່ງກ່າວໃນວັນທີ 11/12, ສະພາເອີລົບ ອອກຄຳຕັດສິນກ່ຽວກັບງົບປະມານໃນວັນທີ 12/12 ແລະ EP ຈະອະນຸມັດຜ່ານໃນວັນທີ 17/12.