EU ຫວັງວ່າ ການເຈລະຈາ Brexit ຈະບັນລຸໄດ້ຄວາມຄືບໜ້າຢ່າງຈະແຈ້ງ
(VOVWORLD) - ວັນທີ 20 ເມສາ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) ກ່ຽວກັບເລື່ອງ ອັງກິດຖອນຕົວອອກຈາກກຸ່ມ (ຫຼືເອີ້ນວ່າ Brexit), ໃຫ້ຮູ້ວ່າ EU ພວມລໍຖ້າ “ບັນດາຄວາມຄືບໜ້າຫຼາຍພໍສົມຄວນ” ເຊິ່ງຈະຈັດຂຶ້ນໃນເດືອນມິຖຸນາ ກ່ຽວກັບຮູບແບບຂອງການພົວພັນໃໝ່ກ່ອນທີ່ ລອນດອນຈະຖອນຕົວອອກຈາກ EU ໃນທ້າຍປີນີ້.
ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) (ພາບ: TTXVN) |
ບັນດາການເຈລະຈາກ່ຽວກັບການປະຕິບັດສຳເລັດຂໍ້ຕົກລົງດ້ານການຄ້າສະບັບໃໝ່ລະຫວ່າງ ອັງກິດ ແລະ 27 ປະເທດສະມາຊິກ EU ຖືກຢຸດສະງັກເປັນເວລາຫຼາຍອາທິດຍ້ອນວ່າ ໂລກລະບາດ Covid – 19 ອັນໄດ້ຍູ້ໃຫ້ ເອີລົບ ຕົກເຂົ້າສູ່ສະພາບການຖືກປິດລ້ອມ. ການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 20 ເມສາ, ບັນດາການເຈລະຈາລະຫວ່າງ ອັງກິດ ແລະ EU ຄາດວ່າຈະແກ່ຍາວໝົດອາທິດນີ້ ແລະ ຮອບຕໍ່ໄປ ຄາດວ່າຈະຈັດຂຶ້ນໃນວັນທີ 11 ພຶດສະພາ.
ພາຍຫຼັງການເຈລະຈາທາງອອນລາຍກັບຄູ່ຕຳແໜ່ງຝ່າຍອັງກິດ David Frost, ທ່ານ Barnier ກ່າວວ່າ ສອງຝ່າຍຕ້ອງບັນລຸໄດ້ຄວາມຄືບໜ້າໃນບັນດາຂົງເຂດທັງໝົດ, ດ້ວຍເປົ້າໝາຍສຳຄັນແມ່ນມີບັນດາຄວາມຄືບໜ້າຢ່າງຈະແຈ້ງໃນເດືອນມິຖຸນານີ້.