EU ຮັບອາເມລິກາ ແລະ ພັນທະມິດ NATO ເຂົ້າເປັນສະມາຊິກຂອງ ຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ ເອີລົບ
(VOVWORLD) -ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ໄດ້ຕີລາຄາວ່າ ໂຄງການລວມນີ້ຈະຊ່ວຍຍົກສູງປະສິດທິຜົນໃນການປ້ອງກັນຂອງ EU, ພ້ອມທັງປະກອບສ່ວນເພີ່ມທະວີຄວາມໝັ້ນຄົງໃນກຸ່ມ.
ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ແລກປ່ຽນກັບ ທ່ານນາງ Florence Parly ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ຢູ່ Brussels (ພາບ: AP)
|
ວັນທີ່ 6 ພຶດສະພາ, ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ສະຫະພາບເອີລົບ (EU) ໄດ້ເຫັນດີເປັນເອກະພາບຮັບຮອງເອົາຂໍ້ສະເໜີໃຫ້ ອາເມລິກາ, ການາດາ ແລະ ນ໋ອກແວ ພ້ອມກັບບັນດາສະມາຊິກ ອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (NATO) ເຂົ້າຮ່ວມໂຄງການຍູ້ໄວການເຄື່ອນໄຫວສົ່ງທະຫານຢູ່ອ້ອມເຂດເອີລົບ.
ນີ້ແມ່ນຄັ້ງທຳອິດ EU ເປີດກ້ວາງໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືໂຄງປະກອບປະຈຳການກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ (PESCO) ໃຫ້ແກ່ບັນດາປະເທດຢູ່ນອກກຸ່ມເຂົ້າຮ່ວມ. ທ່ານນາງ Annegret Kramp-Karrenbauer ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ໄດ້ສະແດງຄວາມຊົມເຊີຍການຜັນແປໃໝ່ແມ່ນ “ບາດກ້າວກະໂດດຂັ້ນ” ເພື່ອແນໃສ່ ຮັບປະກັນກຳລັງນັກຮົບ ເຊິ່ງອາດຈະໄດ້ຮັບການຜັນຂະຫຍາຍໃນວົງກ້ວາງ ຢູ່ທົ່ວເອີລົບ ຜ່ານຊາຍແດນຂອງບັນດາປະເທດ. ທ່ານນາງ ກໍ່ເນັ້ນໜັກວ່າ, ນີ້ແມ່ນຫົວຂໍ້ສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບ EU ເທົ່ານັ້ນ ຫາກຍັງແມ່ນສຳລັບ NATO ອີກດ້ວຍ.
ໃນຂະນະນັ້ນ, ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ໄດ້ຕີລາຄາວ່າ ໂຄງການລວມນີ້ຈະຊ່ວຍຍົກສູງປະສິດທິຜົນໃນການປ້ອງກັນຂອງ EU, ພ້ອມທັງປະກອບສ່ວນເພີ່ມທະວີຄວາມໝັ້ນຄົງໃນກຸ່ມ.