EU ແລະ ອັງກິດ ເຫັນດີເປັນເອກະພາບເພີ່ມກຳລັງໜູນໃຫ້ແກ່ບັນດາການເຈລະຈາຫຼັງ Brexit
(VOVWORLD) -ວັນທີ 15 ມິຖຸນາ, ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ແລະ ທ່ານ Ursula von der leyen ປະທານຄະນະກຳມະການເອີລົບ ພ້ອມກັບການນຳຕ່າງໆຂອງ EU ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນສູງໃນສະພາບການ 4 ຮອບເຈລະຈາພາຍຫຼັງ Brexit.
ພາບປະກອບ: TTXVN |
ກອງປະຊຸມ ສິ້ນສຸດລົງແຕ່ຄວາມຄືບໜ້າບໍ່ບັນລຸໄດ້ປານໃດ ເມື່ອ ທັງສອງຝ່າຍຍັງຄົງມີຄວາມບໍ່ລົງລອຍກັນໃນບາງບັນຫາ. ທີ່ກອງປະຊຸມທາງອອນລາຍຄັ້ງນີ້, ບັນດາຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມກຳລັງໜູນທີ່ຈຳເປັນໃຫ້ແກ່ບັນດາການເຈລະຈາ, ພ້ອມທັງໜູນຊ່ວຍບັນດາແຜນການເພີ່ມທະວີການເຈລະຈາໃນເດືອນກໍລະກົດຈະມາເຖິງ ແລະ ສ້າງບັນດາເງື່ອນໄຂສະດວກທີ່ສຸດເພື່ອອາດຈະບັນລຸໄດ້ຂໍ້ຕົກລົງ ໃນເວລາກ່ອນທ້າຍປີ 2020. ບັນດາການນຳກໍ່ເຫັນດີເປັນເອກະພາບຈະປະຕິບັດເປົ້າໝາຍຊອກຫາສຽງເວົ້າລວມ ໃນເວລາໄວທີ່ຈະໄວໄດ້ ກ່ຽວກັບບັນດາຫຼັກການຕົ້ນຕໍໃນຂໍ້ຕົກລົງຂອງບັນດາການນຳຂັ້ນສູງຂອງສະຫະພາບ ເອີລົບ (EU) ແລະ ອັງກິດ.
ກວາງຢຸງນັກຂ່າວ VOV ປະຈຳເອີລົບ