FAOຕີລາຄາສູງຜົນງານຂອງຫວຽດນາມໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ

FAOຕີລາຄາສູງຜົນງານຂອງຫວຽດນາມໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ - ảnh 1
ພາບ​ປະ​ກອບ:internet

(vovworld)- ອົງ​ການ​ອາ​ຫານ ແລະ ກະ​ເສດ ສ​ປ​ຊ(FAO) ຖື​ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດໃນ​ວຽກ​ງານ​ພັດ​ທະ​ນາ​ກະ​ສິ​ກຳ, ຫັນ​ເຂດ​ຊົນ​ນະ​ບົດ​ເປັນ​ທັນ​ສະ​ໄຫມ, ປະ​ຕິ​ບັດ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ຢ່າງ​ດີ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ. ຫວຽດ​ນາມ ແມ່ນແບບ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດພວມ​ພັດ​ທະ​ນາ​ ຮ່ຳ​ຮຽນ​ຕາມ, ໃນ​ສະ​ພາບ​ການ​ໂລກ​ພວມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ ດ້ວຍ​ບັນ​ດາ​ການ​ຜັນ​ແປ​ສັບ​ສົນ​ທີ່​ນາບ​ຂູ່​ເຖິງ​​ການຄ້ຳ​ປະ​ກັນ​ອາ​ຫານ​ທົ່ວ​ໂລກ. ນັ້ນ​ແມ່ນ ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ Jose Graziano da Silva ຜູ້​ອຳ​ນວຍ​ການ​ໃຫຍ່ FAO ໃນ​ການ​ເຮັດ​ວຽກ​ກັບ​ທ່ານ ກາວ​ດຶກ​ຟາດ, ລັດ​ຖະ​ມົນ​ຕີ​ກະ​ຊວງກ​ະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໃນ​ວັນ​ທີ 8/10 ຢູ່​ສຳ​ນັກ​ງານ​ຂອງ​ອົງ​ການນີ້ ທີ່ Rome ປະ​ເທດ ອີ​ຕາ​ລ​ີ. ທ່ານ Jose Graziano da Silva ປາດ​ຖະ​ຫນາ ຢາກ​​ໃຫ້ຫວຽດ​ນາມ ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຕົນ ຜ່ານ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ໃນ​ຂອບ​ເຂດ​​ການຮ່ວມ​ມື ໃຕ້- ໃຕ້, ຢືນ​ຢັນ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພ​ົວ​ພັນ​ຮ່ວມ​ມື​ລະ​ຫວ່າງ FAO ແລະ ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ