(vovworld)- Festival ທະເລ ຍາຈາງ 2013 ຈະຖືກໄຂຂຶ້ນໃນຕອນຄຳ່ວັນທີ 8/6. ກ່ອນມື້ໄຂ Festivval, ຢູ່ນະຄອນ ຍາຈາງແຂວງ ແຄງຮ່ວາ ໄດ້ດຳເນີນການເຄື່ອນໄຫວຟົດຟື້ນຫລາຍຢ່າງມຸ່ງໄປເຖິງທະເລໝູ່ເກາະ. ທ່ານ ເລື່ອງເທຮຸ່ງ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນກາເຟ ເມຈາງ ໃຫ້ຮູ້ວ່າ:
“ນອກຈາກການສ້າງກອງທຶນ ເຈື່ອງຊາ ທີ່ Festival ຄັ້ງນີ້ແລ້ວ, ເພື່ອສ້າງກອງທຶນທີ 2 ພວກຂ້າພະເຈົ້າໄດ້ຮຽກຮ້ອງວິສາຫະກິດ, ນັກທຸລະກິດທັງໝົດໃນທົ່ວປະເທດໄປຢ້ຽມຢາມ ໝູ່ເກາະເຈື່ອງຊາ ແລະ ສະຫນັບສະຫນູນໃຫ້ແກ່ກອງທຶນ ເຈື່ອງຊາ. ກອງທຶນທີ 3 ນັ້ນແມ່ນ ບໍລິສັດໃຫຍ່ ເມຈາງ ປຸກລະດົມໃນທົ່ວປະເທດພ້ອມກັບເມຈາງມຸ່ງໄປເຖິງໝູ່ເກາະ ເຈື່ອງຊາ ຜ່ານບັນດາຜະລິດຕະພັນ ກາເຟ.”