(vovworld) - ວັນທີ 08/08, ຢູ່ສະຖານທູດຫວຽດນາມ ປະຈຳຝລັ່ງ, ສະມາຄົມນັກສຶກສາຫວຽດນາມ ປະຈຳຝລັ່ງ (UEVF) ໄດ້ຈັດການປະຊຸມຂ່າວໂຄສະນາ “Festival ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ເອີລົບ ຄັ້ງທີ 2” ເຊິ່ງຈະດຳເນີນໃນລະຫວ່າງວັນທີ 27 – 28/08, ຢູ່ນະຄອນ Choisy le Roi, ຊານນະຄອນຫຼວງປາຣີ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຫງວຽນຫງອກເຊີນ ໄດ້ຕີລາຄາສູງຈຸດປະສົງ ແລະ ຄວາມໝາຍຂອງເຫດການສຳຄັນນີ້. ຕາມທ່ານ ຫງວຽນຫງອກເຊີນ ແລ້ວ, ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ພື້ນຖານວັດທະນະທຳຫວຽດນາມ ໃຫ້ເພື່ອນມິດຝລັ່ງ ແລະ ສາກົນ, ພ້ອມທັງປຸກລຸກນ້ຳໃຈຮັກຊາດ, ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນໃຫ້ບັນດາເພື່ອນໜຸ່ມທີ່ພວມຮ່ຳຮຽນຢູ່ຝລັ່ງ ແລະ ບັນດາປະເທດອື່ນຢູ່ເອີລົບ.