Festival ນັກສຶກສາ ນະຄອນຫຼວງຄັ້ງທີ 3

Festival ນັກສຶກສາ ນະຄອນຫຼວງຄັ້ງທີ 3 - ảnh 1
Festival ນັກສຶກສານະຄອນຫຼວງຄັ້ງທີ 3
(ພາບ: vovgiaothong.vn)


(vovworld) – ​ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 09/01, ສະມາຄົມ​ນັກ​ສ​ຶກສາ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ Festival ນັກສຶກສານະຄອນຫຼວງຄັ້ງທີ 3 ປີ 2015. Festival ​ໄດ້​ດຶງ​ດູດ​ຊາວ​ໜຸ່ມ,  ນັກ​ສຶກສາເຂົ້າ​ຮ່ວມກວ່າ 5.000 ​ເທື່ອ​ຄົນ, ​ທີ່​ມາ​ຈາກ 60 ມະຫາວິທະຍາ​ໄລ, ວິທະ​ຍາ​ໄລ, ສະ​ຖາ​ບັນ ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ. ອ້າ​ຍ ຫງວຽນທຽນ​ຕູ໋, ຫົວ​ໜ້າ​ຄະນະ​ຊາວ​ໜຸ່ມ​ໂຮງຮຽນ, ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ສຶກສາ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

        “ປີ 2015 ​ແມ່ນ​ປີ​ທີ 3 ທີ່​ຈັດ​ຕັ້ງງານ Festival, ດ້ວຍ​ຈຸດປະສົງ​ສ້າງ​​ໂອກາດໃຫ້​ບັນດາ​ນັກ​ສຶກສາ, ຊ່ວຍ​​​ໃຫ້​ເຂົາ​ເຈົ້າເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດ​ໃຫ​້​ແກ່ສັງຄົມ ​ແລະ ​​ຕົນ​ເອງ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ຜ່ານ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້, ບັນດາ​ນັກ​ສຶກສາຈະ​ມີ​​ໂອກາດ​ເພື່ອ​ຝຶກ​ຝົນ​ຫຼ່ໍໍ​ຫຼອມ. ຂ້າພ​ະ​ເຈົ້າ​ກໍ່​ປາດ​ຖະໜາ​ວ່າ, ພວກ​ເພື່ອນ​ຈົ່ງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ​ເພື່ອຝຶກ​ຝົນ​ຫຼ່ໍໍ​ຫຼອມຕົນ​ເອງ ​ເພື່ອບັນລຸ​ຜົນສຳ​ເລັດ”.

ຂ່າວ/ບົດ​ອື່ນ