Festival ເຫ໋ວ 2014 ມີຫຼາຍຮູຍຫຼາຍສີດ້ວຍບັນດາປະເພດສິລະປະ ແລະ ສິລະປະການສະແດງ

Festival ເຫ໋ວ 2014 ມີຫຼາຍຮູຍຫຼາຍສີດ້ວຍບັນດາປະເພດສິລະປະ ແລະ ສິລະປະການສະແດງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 14/04, Festival ​ເຫ໋ວ 2014 ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ມະ​ໂຫລານ​ຟ້ອນ​ສາກົນ; ງານ​ບຸນບ້ານ​ເກົ່າ​ເມືອງ​ເດີມ ​ແລະ ງານ​ບຸນສະ​ແດງຊຸດ​ເສື້ອ​ຍາວ. ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່​າວັນ​ທີ 13/04, ມີ​ຜູ້​ຊົມ​ນັບ​ພັນ​ຄົນ ​ໄດ້ມາ​ເຕົ້າ​ໂຮມ​ຢູ່ ວັງ ດ້າຍ​ໂນ້ຍ ​ເຫ໋ວ ​ຮັບ​ຊົມ​ການສະ​ແດງບັນດາ​ຊຸດ​ເສື້ອ​ຍາວ​ອັນ​ເປັນ​ປະ​ເພນີ ​ແລະ ທັນ​ສະ​ໄໝ​ຂອງ​ບັນດາ​ປະ​ເທ​ດອາຊີ​ ​ໃນ​ລາຍການ​ສະ​ແດງ​ສິລະ​ປະ ຄໍ່າ​ຄືນຝ່າຍ​ຕາ​ເວັນ​ອອກ. ອ້າຍ ​ເຈີ​ນຫງອກກວາງ, ຊາວ​ເຫ໋ວ ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ເມື່ອຮັບ​ຊົມ​ລາຍການ​ສະ​ແດງ​​ໃນງານ​ບຸນຄໍ່າ​ຄືນຝ່າຍ​ຕາ​ເວັນ​ອອກ ດ້ວຍ​ບັນດາ​ລາຍການ​ຂອງ​ຄະນະ​ຜູ້​ແທນ​ມາ​ເລ​ເຊຍ, ​ໄທ, ອິນ​ເດຍ... ພິ​ເສດ​ແມ່ນ​ມີນາ​ງ​ງາມ, ​ແລະ ນາງແບບຫຼາຍ​ຄົນ​ໃນ​ທົ່ວ​ປະ​ເທດເຂົ້າ​ຮ່ວມ”.

        ຄໍ່າ​ຄືນ​ຝ່າຍ​ຕາ​ເວັນ​ອອກ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ ດາລາ​ຮູບ​ເງົາມາ​ຈາກ 11 ປະ​ເທດ​ອາຊີ ​ແລະ ນາງ​ແບບຫວຽດນາມ 100 ຄົນ​ເຂົ້າ​ຮ່ວມ​ການ​ສະ​ແດງ.

ຂ່າວ/ບົດ​ອື່ນ