Fitch ຫຼຸດ​ລະ​ດັບ​ຄວາມ​ໄວ້​ວາງ​ໃຈ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 1 ສິງຫາ, Fitch Ratings (ໜຶ່ງໃນສາມອົງການຕີລາຄາຄວາມໄວ້ວາງໃຈໃຫຍ່ສຸດໃນໂລກ) ໄດ້ຫຼຸດລະດັບຄວາມໄວ້ວາງໃຈຂອງ ອາເມລິກາ ລົງ 1 ຂັ້ນ, ຍ້ອນໜີ້ສາທາລະນະເພີ່ມຂຶ້ນ ແລະ ປະສົບກັບຈົນຕາແຈດ້ານການເມືອງໃນການເຈລະຈາລະດັບໜີ້ເພດານ, ຊຶ່ງແມ່ນບັນຫາໄດ້ເຮັດໃຫ້ຫຼຸດຜ່ອນຄວາມໄວ້ວາງໃຈສຳລັບລັດຖະບານ ອາເມລິກາ.
Fitch ຫຼຸດ​ລະ​ດັບ​ຄວາມ​ໄວ້​ວາງ​ໃຈ​ຂອງ ອາ​ເມ​ລິ​ກາ - ảnh 1ຕາມ Fitch ແລ້ວ, ອົງການນີ້ຕັດສິນໂດຍອີງໃສ່ແງ່ຫວັງສະຖຽນລະພາບຂອງເສດຖະກິດ ອາເມລິກາ (ພາບ:  THX/TTXVN)

ຖະແຫຼງການຂອງ Fitch ຢັ້ງຢືນວ່າ ເລື່ອງຫຼຸດລະດັບຄວາມໄວ້ວາງໃຈຂອງ ອາເມລິກາ ໄດ້ສ່ອງແສງໃຫ້ເຫັນສະພາບການຊຸດໂຊມດ້ານການເງິນ ໃນ 3 ປີຕໍ່ໜ້າຢູ່ ອາເມລິກາ, ສິ່ງທ້າທາຍໃນການໃຊ້ຈ່າຍສາທາລະນະ ເວົ້າລວມ ນັບມື້ນັບສູງຂຶ້ນ, ກໍຄືການຊຸດໂຊມໃນການບໍລິຫານ. ຕາມບົດລາຍງານຂອງ Fitch Ratings ແລ້ວ, ບັນດາມາດຕະຖານກ່ຽວກັບການບໍລິຫານ ລວມທັງບັນດາບັນຫາສົກປີການເງິນ ແລະ ໜີ້ສິນໄດ້ຫຼຸດລົງໃນຮອບເວລາ 20 ປີຜ່ານມາ ແລະ ສືບຕໍ່ຈົນຕາແຈດ້ານການເມືອງ ກໍຄືມາດຕະການໃນຈຸດເວລາສຸດທ້າຍ ກໍເຮັດໃຫ້ຫຼຸດຄວາມໄວ້ເນື້ອເຊື່ອໃຈກ່ຽວກັບການຄຸ້ມຄອງສົກປີການເງິນ.

        ໃນວັນດຽວກັນ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ມີປະຕິກິລິຍາຄັດຄ້ານ “ຢ່າງຮຸນແຮງ” ການຕັດສິນດັ່ງກ່າວ ຂອງ   Fitch Ratings, ໂດຍຖືວ່າ ນີ້ແມ່ນການກະທຳ “ຕາມລຳພັງໃຈ ແລະ ອີງໃສ່ຂໍ້ມູນເກົ່າ”.  ທ່ານນາງ ກໍຢັ້ງຢືນວ່າ ອາເມລິກາ ສືບຕໍ່ແມ່ນພື້ນຖານເສດຖະກິດໃຫຍ່ສຸດ ແລະ ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ດ້ວຍຕະຫຼາດການເງິນທີ່ມີຫຼາຍທຸລະກຳທີ່ສຸດໃນໂລກ ແລະ ໂດຍພື້ນຖານແລ້ວ ເສດຖະກິດ ອາເມລິກາ ຍັງໝັ້ນຄົງເຂັ້ມແຂງ.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ