G20 ກຳນົດ 12 ການກະທຳເພື່ອຍູ້ໄວວິວັດການຫັນເປັນດີຈີຕອນ
(VOVWORLD) - ອີຕາລີ ໄດ້ຕັ້ງບັນຫາ ຫັນບັນດາການເຄື່ອນໄຫວຜະລິດມຸ່ງໄປເຖິງການເຕີບໂຕເສດຖະກິດແບບຍືນຍົງ ເປັນດີຈີຕອນ ເປັນຈຸດສຸມໃນການປຶກສາຫາລື, ພິເສດແມ່ນສຸມໃສ່ເຂົ້າໃນບັນດາວິສາຫະກິດຈຸນລະ, ວິສາຫະກິດຂະໜາດກາງ ແລະ ໜ້ອຍ, ການເຊື່ອມຕົວເຂົ້າກັບສັງຄົມ, ການຄຸ້ມຄອງ ແລະ ພັດທະນາ ແລະ ນຳໃຊ້ ບັນດາເຕັກໂນໂລຢີທີ່ມີຫົວຄິດປະດິດສ້າງ.
ພາບປະກອບ: AFP |
ວັນທີ 5 ສິງຫາ, ກອງປະຊຸມລັດຖະມົນຕີດີຈີຕອນ ກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ດຳເນີນຢູ່ນະຄອນ Trieste (ປະເທດ ອີຕາລີ) ໄດ້ອອກຖະແຫຼງການ ໂດຍກຳນົດ 12 ການກະທຳເພື່ອຍູ້ໄວວິວັດການຫັນເປັນດີຈີຕອນ. ໄປຄຽງຄູ່ກັນການຮັບຮອງຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດຂອງ AI ຂອງບັນດາວິສາຫະກິດຂະໜາດໜ້ອຍ ແລະ ກາງ, ບັນດາລັດຖະມົນຕີ ໄດ້ໃຫ້ຄຳໝັ້ນສັນຍາກະທຳ ເພື່ອຍົກສູງສະຕິຄວາມຮັບຮູ້, ການສຶກສາ ແລະ ໜູນຊ່ວຍຜູ້ບໍລິໂພກ, ລວມມີ ບັນດາໂຄງການດີຈີຕອນ, ການປົກປ້ອງ ແລະ ມອບສິດໃຫ້ແກ່ເດັກນ້ອຍ ໃນສະພາບການດີຈີຕອນ, ສົ່ງເສີມການປ່ຽນແປງໃໝ່ໃຫ້ແກ່ບັນດານະຄອນ ແລະ ປະຊາຄົມອັດສະລິຍະ. ບັນດາທ່ານລັດຖະມົນຕີ ໄດ້ຢັ້ງຢືນ ຄຳໝັ້ນສັນຍາ ຮັດແຄບຊ່ອງຫວ່າງເຊື່ອມຕໍ່ ແລະ ສົ່ງເສີມເປົ້າໝາຍຊຸກຍູ້ຄວາມສາມາດໃນການສຳຜັດການເຊື່ອມຕໍ່ທົ່ວໄປ ແລະ ເໝາະສົມ ໃຫ້ທຸກຄົນໃນປີ 2025. ອີຕາລີ ໄດ້ຕັ້ງບັນຫາ ຫັນບັນດາການເຄື່ອນໄຫວຜະລິດມຸ່ງໄປເຖິງການເຕີບໂຕເສດຖະກິດແບບຍືນຍົງ ເປັນດີຈີຕອນ ເປັນຈຸດສຸມໃນການປຶກສາຫາລື, ພິເສດແມ່ນສຸມໃສ່ເຂົ້າໃນບັນດາວິສາຫະກິດຈຸນລະ, ວິສາຫະກິດຂະໜາດກາງ ແລະ ໜ້ອຍ, ການເຊື່ອມຕົວເຂົ້າກັບສັງຄົມ, ການຄຸ້ມຄອງ ແລະ ພັດທະນາ ແລະ ນຳໃຊ້ ບັນດາເຕັກໂນໂລຢີທີ່ມີຫົວຄິດປະດິດສ້າງ.