Hamas ບໍ່ປຸກລະດົມສົງຄາມກັບອິດສະຣາແອນ

Hamas ບໍ່ປຸກລະດົມສົງຄາມກັບອິດສະຣາແອນ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 06/05, ຂະ​ບ​ວນ​ການ​ອິດ​ສະ​ລາມ Hamas ພວມ​ຄວບ​ຄຸມ​ເຂດ​ກາ​ຊາ ໄດ້​ຖະ​ແຫຼງ “ບໍ່​ຮຽກ​ຮ້ອງ​ສົງ​ຄາມ​ຄັ້ງໃໝ່” ກັບ​ອິດ​ສະ​ຣາ​ແອນ, ແຕ່​ຈະ​ບໍ່​​ເຫັນ​ດີ​ຕໍ່​ການ​ແຊກ​ຊຶມ​ຂອງ​ຝ່າຍ​ອິດ​ສະ​ຣາ​ແອນ ​ແລະ ບໍ່​ເຫັນ​ດີ​ຕໍ່​ເຂດດິນ​ເປົ່າ​ຫວ່າງ. ຫົວ​​ໂປ​ຂອງ Hamas ຢູ່​ເຂດ ກາ​ຊາ Ismail Haniyeh ຖືວ​່າ, ບັນ​ດາ​ການ​ແຊກ​ຊຶມ​ຫວ່າງມໍ່​ໆ​ມານີ້​ຂອງ​ກຳ​ລັງ​ອິດ​ສະ​ຣາ​ແອນ ຢູ່​ເຂ​ດ​ຊາຍ​ແດນ ເພື່ອ​ແນ​ໃສ່​ຊອກ​ຫາ​ທາງ​ໃຕ້​ດິນ​ແມ່ນ​ເຫດ​ຜົນ​ທີ່​ກໍ່​ໃຫ້​ເກີດ​ສະ​ພາບ​​ໃຊ້​ຄວາມ​ຮຸນ​ແຮງ​​ຄັ້ງ​ໃໝ່​ລະ​ຫວ່າງ 2 ຝ່າຍ. ຫົວ​​ໂປຜູ້ນີ້​ໄດ້​ກ່າວ​​ຫາ​ກຳ​ລັງ​ອິດ​ສະ​ຣາ​ແອນ ໄດ້​ແຊກ​ຊຶມ​ເຂົ້າ​ເຂດ​ຜື​ນ​ແຜ່ນດິນ​ຂອງ​ກາ​ຊາ ເກືອບ 200 ມ, ພ້ອມ​ທັງ​ເນັ້ນ​​ໜັກ​ວ່າ, ການ​ກະ​ທຳ​ນີ້​ແມ່ນການ​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ໂດຍ​ອີ​ຍິບ ເປັນ​ຄົນ​ກາງ​ໄກ່​ເກ່ຍ ​ເຊິ່ງບັນ​ລຸ​ໄດ້​ເມື່ອ​ລະ​ດູ​​ຮ້ອນ​ປີ 2014 ຢ່າງ​ເປີດ​ແປນ.

ຂ່າວ/ບົດ​ອື່ນ