IAEAກະກຽມປະກາດບົດລາຍງານກ່ຽວກັບສຳເນົາເອກະສານນິວເຄຼຍອີຣານ

IAEAກະກຽມປະກາດບົດລາຍງານກ່ຽວກັບສຳເນົາເອກະສານນິວເຄຼຍອີຣານ - ảnh 1
ພ​າບ​ປະ​ກອບ

Vovworld - ໃນ​ວັນ​ທີ 16/1, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ໄດ້​ປະ​ກາດ​ບົດ​ລາຍ​ງານ​ຢັ້ງ​ຢ​ືນ ອີ​ຣານ ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຂ​ໍ​້​ຕົ​ກ​ລົງ​ນິວ​ເຄຼຍ​ເຊິ່ງ​ປະ​ເທດ​ອິດ​ສະ​ລາມນີ້​ບັນ​ລຸ​ໄດ້​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ​ເມື່ອ​ເດືອນ 7/2015. ບົດ​ລາຍ​ງານ​ຂອງ IAEA ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ສາ​ກົນ​ສຳ​ລັດ ອີ​ຣານ. ໃນ​ບົດ​ລາຍ​ງານ​ສຳ​ຄັນ​ນີ້,  IAEA ຢັ້ງ​ຢ​ື​ນ​ວ່າ: ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳໝັ້ນ​ສັນ​ຍາ​ຂອງ​ຂໍ​້​ຕົ​ກ​ລົງ​ນິວ​ເຄຼຍ​ເຊິ່ງ ອີ​ຣານ ບັນ​ລຸ​ໄດ້​ກັບ​ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝ​ຣັ່ງ, ອັງ​ກິດ ແລະ ເຢຍ​ລະ​ມັນ), ໃນ​ນັ້ນ​ມີ​ການ​ມ້າງ​ຮື້​ເອົາ​ສ່ວນ​ສຳ​ຄັ​ນຂອງ​ເຕົາ​ນິວ​ເຄຼຍ Arak ແລະ ຫລຸດ​ຜ່ອນ​ສາງ ຢູ​ຣາ​ນຽມ ຢ່າງ​ແຮງ. ບັນ​ດາ​ແຫຼ່ງ​ຂ່າວ​ການ​ທູດ​ເນ​ັ້ນ​ໜັກ​ວ່າ: ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ພ້ອມ​ກັບ ອາ​ເມ​ລິ​ກາ ແລະ ສະ​ຫະ​ປະ​ຊາ​ຊາດ​ກຽມ​ພ້ອມຍົ​ກ​ເລີກ​ບັນ​ດາ​ຄຳ​ສັ່ງລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ຕໍ່ ອີ​ຣານ ພາຍຫຼັງ IAEA ອອກ​ບົດ​ລ​າຍ​ງານ​ຢັ້ງ​ຢືນ ອີ​ຣານ ຕອບ​ສະ​ໜອງ​ບັນ​ດາ​ຂໍ້​ມາດ​ຕາ​ໃນ​ຄຳ​ໝັ້ນ​ສັນ​ຍາ.


ຂ່າວ/ບົດ​ອື່ນ