(VOVWORLD) -ອົງການພະລັງງານປະລະມານູສາກົນ (IAEA) ຈະຈັດສົ່ງຄະນະຕິດຕາມກວດກາໄປຍັງໂຮງງານໄຟຟ້ານິວເຄຼຍຢູ່ປະເທດນີ້.
ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ (ພາບ: AFP/TTXVN) |
ວັນທີ 10 ມີນາ, ສຳນັກຂ່າວສານແຫ່ງຊາດ ຢູແກຼນ (Ukrinform) ໄດ້ຄັດສະເໜີຄຳເຫັນຂອງທ່ານ Oleg Korikov ຮັກສາການປະທານອົງການກວດການິວເຄຼຍ ປະຈຳ ຢູແກຼນ ໂດຍໃຫ້ຮູ້ວ່າ ອົງການພະລັງງານປະລະມານູສາກົນ (IAEA) ຈະຈັດສົ່ງຄະນະຕິດຕາມກວດກາໄປຍັງໂຮງງານໄຟຟ້ານິວເຄຼຍຢູ່ປະເທດນີ້.
ຕາມທ່ານ Oleg Korikov ແລ້ວ, ຈຸດປະສົງຕົ້ນຕໍໃນການເຄື່ອນໄຫວຂອງຄະນະຕິດຕາມກວດກາ IAEA ແມ່ນຕິດຕາມກວດການິວເຄຼຍ ແລະ ຄວາມປອດໄພທາງດ້ານກຳມັນຕະພາບລັງສີ ຢູ່ຮາກຖານນິວເຄຼຍ ແຫ່ງຕ່າງໆ ໃນສະພາບເກີດການປະທະກັນຢູ່ ຢູແກຼນ. ປັດຈຸບັນ, ມີຮາກຖານນິວເຄຼຍ 4 ໃນຈຳນວນ 5 ແຫ່ງຢູ່ ຢູແກຼນ ພວມເຄື່ອນໄຫວ.
ກ່ອນໜ້ານັ້ນ, ເມື່ອເດືອນ ສິງຫາ 2022, IAEA ກໍໄດ້ຈັດສົ່ງຄະນະຕິດຕາມກວດກາຂອງຕົນໄປຍັງໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ພາກໃຕ້ ຢູແກຼນ, ບ່ອນທີ່ກຳລັງທະຫານ ລັດເຊຍ ພວມຖືສິດຄວບຄຸມ ນັບແຕ່ເດືອນ ມີນາ 2022.