ICJກະກຽມອອກຄຳຕັດສິນກ່ຽວກັບການພິພາດເຂດພະວິຫານPreah Vihear
(ສານຍຸຕິທຳສາກົນ (ICJ)
(vovworld) - ວັນທີ 16/10, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດໄທ ສຸຣາພົງ ໂຕວິຈັກໄຊຄູນ ໃຫ້ຮູ້ວ່າ: ສານຍຸຕິທຳສາກົນ (ICJ) ຈະອອກຄຳຕັດສິນກ່ຽວກັບບັນຫາພິພາດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ ທີ່ກ່ຽວຂ້ອງເຖິງພະວິຫານ Preah Vihear ໃນວັນທີ 11/11 ຈະມາເຖິງ.
ຕາມທ່ານ ສຸຣາພົງ ໂຕວິຈັກໄຊຄູນ ແລ້ວ, ICJ ໄດ້ແຈ້ງໃຫ້ອົງການການທູດໄທຢູ່ ລາໄຮ ປະເທດໂຮນລັງ ຮັບຊາບກ່ຽວກັບຄຳຕັດສິນດັ່ງກ່າວ ແລະ ລັດຖະບານໄທຈະຖ່າຍທອດສົດທາງໂທລະພາບກ່ຽວກັບການປະກາດຄຳຕັດສິນດັ່ງກ່າວ. ທ່ານ ສຸຣາພົງ ໂຕວິຈັກໄຊຄູນ ໃຫ້ຮູ້ວ່າ: ທ່ານຈະເປັນປະທານຄະນະກຳມະການປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບຄຳຕັດສິນດັ່ງກ່າວຂອງ ICJ ແລະ ບັນດາລະບຽບການໃນອະນາຄົດທີ່ກ່ຽວຂ້ອງເຖິງການຄຸ້ມຄອງຮ່ວມຢູ່ເຂດຊາຍແດນລະຫວ່າງສອງປະເທດ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສອງປະເທດຈະບັນລຸໄດ້ຄວາມເຂົ້າໃຈກ່ຽວກັບບັນຫາດັ່ງກ່າວ.