(vovworld) - ຕອນບ່າຍວັນທີ 25/11, ທີ່ສຳນັກງານຂອງກອງທຶນພັດທະນາກະສິກຳສາກົນ (IFAD) ຢູ່ນະຄອນຫຼວງ Rome, ໄດ້ດຳເນີນພິທີລົງນາມໃນສັນຍາອຸປະຖຳ 22 ລ້ານ USD ຂອງ IFAD ໃຫ້ຫວຽດນາມ. ບ້ວງເງິນໜູນຊ່ວຍຄັ້ງນີ້ແມ່ນຊ່ວຍໃຫ້ບັນດາຊາວກະສິກອນທີ່ປະສົບກັບຄວາມທຸກຍາກເພີ່ມມູນຄ່າການຜະລິດ, ຫລຸດຜ່ອນສະພາບບໍ່ໄດ້ຮັບຜົນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາເງື່ອນໄຂຮ້າຍແຮງຂອງອາກາດ. ຄາດວ່າ, ໂຄງການຈະຜັນຂະຫຍາຍຢູ່ 30 ຕາແສງ 30 ຂອງ 5 ເມືອງໃນແຂວງຮ່າຢາງ ນັ້ນແມ່ນບັກກວາງ, ຮ່ວາງຊຸຟີ່, ກວາງບີ່ງ, ວິຊວຽນ ແລະ ຊິ໋ນເມິ່ນ.