ຜູ້ອຳນວຍການIMF Christine Lagarde
ພາບ:THX/TTXVN
|
(vovworld)- ລະດັບຫນີ້ສາທາລະນະ ແລະ ຂອງພາກເອກະຊົນທົ່ວໂລກພວມຢູ່ໃນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ, ແມ່ນຮົ້ວກີດຂວາງສົມຄວນຕໍ່ຄາດໝາຍນຳການເຕີບໂຕເສດຖະກິດທົ່ວໂລກກັບຄືນສູ່ຄວາມເປັນປົກກະຕິ. ບົດລາຍງານຕິດຕາມກວດກາດ້ານການເງິນ ຊື່ງປະກາດໃນວັນທີ 5/10 ຂອງກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ: ຫນີ້ສາທາລະນະ ແລະ ພາກເອກະຊົນ ໃນທ້າຍປີ 2015 ບັນລຸ 152.000 ຕື້ USD, ເທົ່າກັບ 225% ຍອດຜະລິດຕະພັນພາຍໃນ GDP ຂອງທົ່ວໂລກ. ໃນ ປະມານ 60% ຈຳນວນຫນີ້ສິນດັ່ງກ່າວແມ່ນຂຶ້ນກັບພາກເອກະຊົນ. ຜູ້ອຳນວຍການຂອງຄະນະການເງິນ IMF ທ່ານ Vitor Gaspar ໄດ້ສັງເກດວ່າ: ຫນີ້ສິນຢູ່ໃນລະດັບສູງໃນຂະນະການເຕີບໂຕເສດຖະກິດຢູ່ໃນລະດັບຕ່ຳໄດ້ເຮັດໃຫ້ມີຄວາມສ່ຽງອາດຈະເກີດວິກິດການການເງິນ.